ຮອງ​ນາ​ຍົກ​​ ຍອມ​ຮັບ​ວ່າ ມີ​ການ​ລັກ​ລອບ​ນຳ​ຍານ​ພາ​ຫາ​ນະ ​ເຂົ້າ​ມາລາວ​ ໂດຍ​ບໍ່​ເສຍ​ພາ​ສີ​ອາ​ກອນ ຫຼາຍກວ່າ 30,000 ຄັນ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍອມ​ຮັບ​ວ່າ ມີ​ການ​ລັກ​ລອບ​ນຳ​ຍານ​ພາ​ຫາ​ນະ ​ເຂົ້າ​ມາລາວ​ໂດຍ​ບໍ່​ເສຍ​ພາ​ສີ​ອາ​ກອນ ຫລາຍກວ່າ 30,000 ຄັນ ໃນ​ນີ້ ​ໄດ້​ດຳ​ເນີນ​ການ​ໃຫ້​ຖືກ​ຕ້ອງ​ແລ້ວ 20,773 ຄັນໃນ 6 ເດືອນ​ຕົ້ນ​ປີ 2022 ຊຶ່ງຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ.

ທ່ານ​ສອນ​ໄຊ ສີ​ພັນ​ດອນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລງຍອມ​ຮັບ​ວ່າ ​ໄດ້​ມີ​ການກວດ​ກາ​ລົດ​ຍົນ​ທີ່​ນຳ​ເຂົ້າ​ມາ​ໃນ​ລາວ ໂດຍ​ບໍ່​ຖືກ​ຕ້ອງ ແລະ​ບໍ່​ໄດ້​ຊຳ​ລະພາ​ສີ ​ອາ​ກອນຕາມ​ກົດ​ໝາຍຈຳ​ນວນ 30,471 ຄັນ

ຈຶ່ງ​ໄດ້​ດຳ​ເນີນ​ການ​ປັ​ບ​ໃໝ ແລະ​ບັງ​ຄັບ​ໃຫ້​ບັນ​ດາ​ຜູ້​ນຳ​ເຂົ້າ​ຍານ​ພາ​ຫາ​ນະ​ດັ່ງ​ກ່າວ​ ຊຳ​ລະພາ​ສີ​ອາ​ກອນຕ່າງໆ​ໃຫ້​ກັບ​ລັດ​ຖະ
​ບານ​ຢ່າງ​ຄົບ​ຖ້ວນຕາ​ມ​ກົດ​ໜາຍ​ແລ້ວ ຈຳ​ນວນ 20.773 ຄັນ

ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ ແລະ​ຍັງ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ໃຫ້​ຄົບ​ຖ້ວນ ​ໃນ​ຈຳ​ນວນ​ທີ່​ເຫລືອ 9,698 ຄັນ ພາຍ​ໃນທ້າຍ​ປີ 2022 ນີ້ ​ທັງ​ຈະ​ເຂັ້​ມ​ງວດການກວດ​ກາ ການນຳ​ເຂົ້າ​ສິນ​ຄ້າ​ເພື່ອ​ເພີ້ມ​ລາຍ​ຮັບ​ຂອງ​ລັດ​ອີກ​ດ້ວຍ ດັ່ງ​ທີ່​ທ່ານ​ສອນ​ໄຊ ຢືນ​ຢັນ​ວ່າ:

“ການ​ເພີ້ມ​ທະ​ວີ​ການ​ຄຸ້ມ​ຄອງ​ລາຍ​ຮັ​ບ ຕ້ານ​ການ​ຮົ່ວ​ໄຫລ​ຂອງ​ງົບ​ປະ​ມານ ແຫ່ງ​ລັດ​ດ້ວຍ​ການ​ແກ້​ໄຂ​ການ​ຮົ່ວ
​ໄຫລ ແລະ​ການເກັບ​ລາຍ​ຮັບ​ຈາກ​ການ​ນຳ​ເຂົ້າ​ສິນ​ຄ້າ ເຄື່ອງ​ຂອງ​ຕ່າງໆ​ເປັນ​ຕົ້ນ ເຄື່ອງກໍ່ສ້າງ ເຄື່ອງ​ໄຟ​ຟ້າ
ເຄື່ອງ​ອຸບ​ປະ​ໂພກບໍ​ລິ​ໂພກ ແລະ​

ການ​ນຳ​ເຂົ້າ​ນ້ຳ​ມັນ​ເຊື້ອ​ໄຟ ດ້ວຍ​ລະ​ບົບ Electronic ເອົາ​ໃຈໃສ່​ການ​ຂະຫຍາຍ​ລາ​ຍ​ຮັບ ​ຈາກ​ອາ​ກອນ​ມູນ​ຄ່າ​ເພີ້ມ ອາ​ກອນ​ກຳ​ໄລ ແລະ​ອື່ນໆ ດ້ວຍ​ເຄື່ອງ​ມື​ທີ່​ທັນ​ສ​ະ​ໄໝ ພ້​ອມ​ກັນ​ນັ້ນກະ​ໄດ້​ເອົາ​ໃຈ​ໃສ່​ກວດ​ກາ​ຄືນ ແລະ​ຄຸ້ມ​ຄອງ​ການ​ນຳ​ເຂົ້າ​ພາ​ຫາ​ນະ​ ທີ່​ບໍ່ຖືກ​ຕ້ອງ​ໃນ​ແຜນ 30,000 ກວ່າ​ຄັນ.”

ກ່ອນ​ໜ້າ​ນີ້ ທ່ານ​ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລງຍອມ​ຮັບ​ວ່າ ມີ​ການ​ທຸ​ຈະ​ລິດ​ໃນ​ການ​ນຳ​ເຂົ້າ​
ນ້ຳ​ມັນ​ເຊື້ອ​ໄຟຄິດ​ເປັນ​ປະ​ລິ​ມານ​ລ​ວ​ມ​ເຖິງ 700 ລ້ານ​ລິດ ​ໃນ​ແຕ່​ລະ​ປີ

ໂດຍ​ອີງ​ຕາມ​ຂໍ້​ມູນ​ທີ່ກະ​ຊວງ​ອຸດ​ສາ​ຫະກຳ ແລະ​ການ​ຄ້າ ໄດ້​ລາຍ​ງານ​ຕໍ່​ຄະ​ນະ​ລັດ​ຖະ​ບ​ານ​ລາວ​ນັ້ນລະ​ບຸ​ວ່າ ລາວ​ນຳ​ເຂົ້າ​ນໍ້​າ​ມັນ​ຈາກ​ໄທ ​ແລະ​ຫວຽດ​ນາມ ໃນ​ປະ​ລິ​ມານ​ລວມ 1,200 ລ້ານ​ລິດ​ໃນ​ຮອບ 1 ປີ​ຜ່ານມາ

ຫາກ​ແຕ່​ຈາກ​ການກວດ​ສອບ​ຂໍ້​ມູນ ດ້ວຍ​ການສອບ​ຖາມ​ໄປ​ຍັງ​ປະ​ເທດ​ຕົ້ນທາງ ​ກໍ​ຄື​ໄທ ແລ​ະຫວຽດ​ນາມ​ນັ້ນ​ກໍ​ໄດ້​ຮັບ​ຮູ້​ຄວາມ​ຈິງວ່າ​ລາວ ໄດ້​ນຳ​ເຂົ້າ​ນ້ຳ​ມັນ​

ຈາກ​ໄທ ແລະ​ຫວຽດ​ນາມ​ຄິດ​ເປັນ​ປະ​ລິມ​ານ​ລວມ​ກັນ​ເຖິງ 1,900 ​ລ້ານ​ລິດ​ຊຶ່ງ​ກໍ​ໝາຍ​ຄວາມ​ວ່າ​ມີ​ການ​ທຸ​ຈະ​ລິດ ​ຈາກ​ກາ​ນ​ນຳ​ເຂົ້າ​ນ້ຳ​ມັນ​ໃນປະ​ລິ​ມານ​ລວມ​ເຖິງ 700 ລ້ານ​ລິດ​ທີ່​ຮວມ​ມື​ກັນ​ລະ​ຫວ່າງ ພະ​ນັກ​ງານ​ພາ​ສີ​ຂອງ​ລັດຖະ​ບານ​ກັບ​ບັນ​ດາ​ຜູ້​ປະ​ກອບ​ການ​ຂອງ​ບໍ​ລິ​ສັດ​ທີ່​ນຳ​ເຂົ້າ​ນ້ຳ​ມັນ​ນັ້ນ​ເອງ.

ໂດຍ​ບັນ​ຫາ​ການ​ຂາດ​ແຄນ​ນ້ຳ​ມັນ​ໃນ​ລາວ ໄດ້​ເກີດ​ຂຶ້ນ​ນັບ​ຕັ້ງ​ແຕ່​ຕົ້ນ​ເດືອນພຶດ​ສະ​ພາ ແລະ​ຍັງ​ສື​ບ​ຕໍ່​ມາ​ເຖິງ​ປັດ​ຈຸ​ບັນ​ນີ້ ໂດຍ​ສະ​ເພາະ​ ແມ່ນ​ຢູ່​ໃນ​ເຂດ​ຕ່າງ​ແຂວງ​ນັ້ນ​ຂາດ​ແຄນ​ເຖິງ​ລະ​ດັບ​ທີ່​ບໍ່​ມີ​ນ້ຳມັນ​ຈຳ​ໜ່າຍ​ໃຫ້ກັບ​ປະ​ຊາ​ຊົນຈົນມີ​ການ​ຮ້ອງ​ຮຽນ​ວ່າ ຜູ້​ຄ້າ​ນໍ້​າມັນໄດ້​ກັກ​ຕຸນ​ເພື່ອ​ຈະ​ປັບ​ຂຶ້​ນລາ​ຄາ​ນັ້ນ​ພົບ​ວ່າ ​ປ້ຳ​ບໍ​ລິ​ການ​ສ່ວນ​ໃຫຍ່​ບໍ່ມີ​ນ້ຳ​ມັນ.

ທັງ​ນີ້​ສາ​ເຫດ​ທີ່​ເຮັດ​ໃຫ້​ລາວ​ຂາດ​ແຄນ​ນ້ຳ​ມັນ​ນັ້ນ​ກໍ​ເພາະ​ວ່າ ລາວ​ຍັງ​ຜະ​ເຊີນ​ກັບ​ການ​ຂາ​ດຸນ​ບັນ​ຊີ​ການ​ຊຳ​ລະ​ເງິນ​ຕາ​ຕ່າງ​ປະ​ເທດ ​ເກີນກວ່າ 10 ເປີ​ເຊັນ​ຂອງຍອດ​ພິ​ລິດ​ຕະ​ພັນລວມພາຍ​ໃນ (GDP)

ຈຶ່ງ​ເຮັດ​ໃຫ້​ທຶ​ນ​ສຳ​ລອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ລ​າວ​ລົດລົງ​ຈາກ 1,263 ລ້ານ​ໂດ​ລາສະ​ຫະ​ລັດ​ໃນ​ທ້າຍ​ປີ 2021 ເຫລືອ​ຢູ່​ພຽງ​ແຕ່
1,068 ລ້ານ​ໂດ​ລາ​ສະ​ຫະ​ລັດ ຫລື​ເທົ່າ​ກັບ​ການ​ນຳ​ເຂົ້າ​ສີນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ພຽງ​ 1 ເດືອນ​ເຄິ່ງ​ເທົ່າ​ນັ້ນ

ໂດຍ​ມີສາ​ເຫດ​ສຳ​ຄັນ​ມາ​ຈາກ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ທີ່​ເຮັດ​ໃຫ້​ລາວ​ຕ້ອງ​ກູ້ຢືມ​ເງິນ​ຕາ​ຈາກ​ຕ່າງ​ປະເທດ​ເພື່ອ​ນຳ​ມາ​ດຸນ​ດ່ຽງ​ລາຍ​ຈ່າຍ​ທີ່​ສູງກວ່າ​ລາຍ​ຮັບອັນເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ມີ​ໜີ້​ສິນ​ເພີ້ມຂຶ້ນຈາກ 15,500 ລ້ານ​ໂດ​ລາ​ສະ​ຫະ​ລັດ ຫລື 70 ເປີ​ເຊັນ ຂອງ GDP ປີ 2021 ເປັນ​ສູງກວ່າ 75 ເປີ​ເຊັນ ຂອງ GDP ປີ 2022 ນີ້.

​ສ່ວນ​ທ່ານ​ສີ​ສັງ​ຄົມ ໂຄດ​ໂຍ​ທາ ປະ​ທານ​ສະ​ມາ​ຄົມນ້ຳ​ມັນ​ເຊື້ອ​ໄຟ ແລະ​ອາຍ ແກັ​ສ​ແຫ່ງ​ຊາດລາວ ກໍ​ໃຫ້​ການ​ຢືນ​ຢັນ​ວ່າ​ບັນ​ຫາ​ທີ່​ຫຍຸ້ງ​ຍາກຢ່າງ​ຍິ່ງສຳ​ລັບ​ການ​ນຳ​ເຂົ້າ​ນ້ຳ​ມັນ​ຈາກ​ຕ່າງ​ປະ​ເທດໃນ​ປັດ​ຈຸ​ບັນ​ ​ຄື​ການ​ມີ​ປະ​ລິ​ມານ​

ເງິນ​ຕາຕ່າງ​ປະ​ເທດ ຢູ່​ໃນ​ລະ​ບົບ​ທະ​ນາ​ຄານ​ຂອງ​ລາວ​ຢ່າງ​ຈຳ​ກັດ ເຮັດ​ໃຫ້​ເກີດ​ບັນ​ຫາ​ຫ​ຍຸ້ງ​ຍາກ​ໃນ​ການ​ແລກ​ປ່ຽນ​ເງິນ​ກີບ​ກັບ​ເງິນຕາຕ່າງ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ເງິນ​ໂດ​ລາ​ສະ​ຫະ​ລັດ ແລະ

​ເງິນ​ບາດ​ນັ້ນກໍ​ຄື​ສະ​ກຸນ​ເງິນທີ່​ແລກ​ປ່ຽນ​ໄດ້​ຢ່າງ​ຈຳ​ກັດ​ທີ່​ສຸດ ແລະ​ຜູ້​ຊ່ຽວ​ຊານ​ດ້ານພະ​ລັງ​ງານ​ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ຄານ​ເ​ອ​ເ​ຊຍ(ADB) ປະ​ເມີນ​ວ່າ ​ລາວຕ້ອງ​ການ​ນ້ຳ​ມັນ​ກວ່າ 1,700 ລ້ານ​ລິດ​ໃນ​ປີ 2022 ນີ້.

ຟັງຄລີບສ່ຽງ

Leave a Reply

Your email address will not be published. Required fields are marked *

Back to top button