ໜຸ່ມ ໂຕໂນ ພາຄິນ ຕັ້ງໃຈຈະລອຍຂ້າມຂອງ ລາວ – ​ໄທ​ ເພື່ອຫາເງິນບໍລິຈາກມອບໃຫ້ໂຮງໝໍ ສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ…

ໜຸ່ມ ໂຕໂນ ພາຄິນ ຕັ້ງໃຈຈະລອຍຂ້າມປະເທດຈາກຝັ່ງໄທມາຫາ ຝັ່ງ ສປປລາວ ແລະ ​ກັບ​ໄທ​ ໂດຍ​ເລືອກ​ເອົາ​ແມ່​ນ້ຳຂອງ ເພື່ອຫາເງິນບໍລິຈາກທີ່ໄດ້ຮັບຈາກການລອຍນໍ້າຄັ້ງນີ້ ທັງໝົດມອບໃຫ້ໂຮງໝໍສອງຝັ່ງແມ່ນ້ຳຂອງ ທັງ ລາວ-ໄທ…

ນອກຈາກມີໜຸ່ມໂຕໂນ້ ແລ້ວ, ຍັງມີເພື່ອນຄົນດັງອີກຫຼາຍຄົນເຊັ່ນ: ມາຣີໂອ້ ມາວເລີ້ ທີ່ຈະໄປຊ່ວຍພາຍເຮືອ ລວມທັງນັກສະແດງຍິງທີ່ຈະຊ່ວຍຟ້ອນລໍາຖວາຍ ພຮະຍານາກເຊັ່ນດຽວກັນ.

ໂຕໂນ້ກວ່າວ່າ “ມີຄວາມຕັ້ງໃຈທີ່ຈະກັບຄືນໄປລອຍນໍ້າອີກ… ​ແຕ່​ເທື່ອ​ນີ້​ເລືອກ​ເອົາ​ແມ່​ນ້ຳຂອງ. ເພາະຂ້ອຍຮູ້ສຶກວ່າ ແມ່ນ້ຳຂອງ ເປັນແມ່ນ້ຳທີ່ສຳຄັນຂອງປະເທດ ທັງ​ໃນ​ຄວາມ​ເຊື່ອ​ຖື​ຂອງ​ຊາວ​ອີ​ສານ​ເຊັ່ນ​ດຽວ​ກັນ ຕັ້ງໃຈຈະລອຍຈາກຝັ່ງໄທຂ້າມໄປລາວ ແລະ

ຈາກລາວກັບຄືນໄປໄທ ໂດຍຈະເລີ່ມຝຶກຊ້ອມໃນເດືອນກັນຍາ ແລະ ຄາດວ່າຈະລອຍນໍ້າໃນເດືອນຕຸລາ ໃຊ້ເວລາລອຍນໍ້າພຽງ 1 ມື້ ແລະ ຍັງບໍ່ຕັ້ງເປົ້າໝາຍທີ່ຈະບໍລິຈາກ,

ທຶນທັງໝົດແມ່ນມີຈຸດປະສົງບໍລິຈາກໃຫ້ແກ່ໂຮງໝໍນະຄອນພະນົມ ແລະ ໂຮງໝໍທ່າແຂກ, ສປປ ລາວ.

ຊົມຄີບ 1

ຊົມຄລີບ2

Leave a Reply

Your email address will not be published. Required fields are marked *

Back to top button