ສານປະຊາຊົນ ແຂວງອຸດົມໄຊ ຕັດສິນປະຫານຊີວິດຜູ້ຂົນສົ່ງ-ຄອບຄອ ງ ຢ າບ້າ ແລະ ສາ ນເ ຄມີ

ຊາຍອາຍຸ 38 ປີ ມີຄວາມຜິດທາງອາຍາໃນສະຖານການມີອາວຸດເສິກ ແລະ ວັດຖຸລະເບີດ ໄວ້ໃນຄອບຄອງ, ຂົນສົ່ງ ແລະ ມີຢາເສບຕິດປະເພດຢາບ້າໄວ້ໃນຄອບຄອງ, ຂົນສົ່ງ ແລະ

ຄອບຄອງສານເຄມີ ເພື່ອໃຊ້ໃນການຜະລິດຢາເສບຕິດ ຖືກຄະນະສານອາຍາສານປະຊາຊົນ ແຂວງອຸດົມໄຊ ຕັດສິນລົງ ໂທດປະຫານຊີວິດ.

ຕາງໜ້າອົງການໄອຍະການປະຊາຊົນແຂວງອຸດົມໄຊ ໃຫ້ຮູ້ວ່າ: ທ້າວ ສົມລີ ເລົ່າ ຢູ່ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ ຖືກດໍາເນີນຄະດີໃນຄັ້ງວັນທີ 21 ກໍລະກົດ 2022,

ຍ້ອນຜູ້ກ່ຽວມີຄວາມຜິດທາງອາຍາຫຼາຍມາດຕາ; ເຊິ່ງໃນສໍານວນຄະດີໄດ້ລະບຸວ່າ: ໃນເວລາປະມານ 20:00 ໂມງ ຂອງວັນທີ 25 ພຶດສະພາ 2021, ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໄດ້ຮັບການລາຍງານວ່າ:

ມີລົດກະບະຮຸນໄດສີຂາວ (ບໍ່ຮູ້ໝາຍເລກທະບຽນ) ບັນທຸກເຄື່ອງທີ່ສົງໄສວ່າເເມ່ນເຄື່ອງທີ່ຜິດກົດໝາຍເຂົ້າໄປທີ່ເຮືອນຂອງທ້າວ ສົມລີ ເລົ່າ ຢູ່ບ້ານປ່າສັກ ຈຶ່ງໄດ້ແຕ່ງຕັ້ງພະນັກງານວິຊາສະເພາະລົງຕິດຕາມການເຄື່ອນໄຫວຂອງເປົ້າໝາຍຢູ່ຈຸດດັ່ງກ່າວ. ມາຮອດເວລາ 8:00ໂມງ ມື້ຕໍ່ມາ,

ຈຶ່ງໄດ້ນຳກຳລັງວິຊາສະເພາະ ເຂົ້າມ້າງຈຸດດັ່ງກ່າວດ້ວຍຮູບການເຂົ້າ ຈັບ ກຸມ, ກວດຄົ້ນເຄຫະສະຖານ ແລະ ຍານພາຫະນະຂອງຜູ້ກ່ຽວ. ໃນນັ້ນ, ພົບເຫັນປືນສັ້ນ 9 ມມ 1 ກະບອກ ພ້ອມລູກກະສູນ 25 ລູກ ຢູ່ໃນຖົງຮັດແອວຜູ້ກ່ຽວ ແລະ ຜ່ານການກວດຄົ້ນ ເຄຫະສະຖານ (ເຮືອນ) ພົບເຫັນເເປ້ງຝຸ່ນສີຂາວ ຈໍານວນ 48 ເປົາ ນ້ໍາໜັກ 1.200 ກິໂລກຼາມຢູ່ໃນເຮືອນຄົວ,

ໝື້ ໝາກຟ້າຈໍານວນ 5 ຫຼອດ ພ້ອມ ແກັບໝາກຟ່າ 5 ດອກ ຢູ່ເທິງຕູ້ ເຄື່ອງໃນເຮືອນ, ເງິນບາດຈໍານວນ 1.030.000 ບາດ ຢູ່ຕູ້ເຊັບໃນ ຫ້ອງນອນ ເເລະ ໂທລະສັບມືຖື 1 ໜ່ວຍ, ກະແຈລົດປຣາໂດ 1 ລູກ ແລະ ກວດຄົ້ນພາຫະນະ

ລົດກະບະຣີໂວ້ສີຂາວມຸກໝາຍ ເລກທະບຽນ ຣຫ 5689 ກໍາແພງ ນະຄອນ ພົບເຫັນຢາບ້າ 4 ເປົາ ມີ 549 ມັດ ເທົ່າກັບ1.098.000 ເມັດ ຢູ່ເບາະຫຼັງລົດຄັນດັ່ງກ່າວ.ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວ ທ້າວ ສົມລີ ເລົ່າ

ພ້ອມເຄື່ອງຂອງ ກາງໄປດໍາເນີນການສືບສວນ-ສອບ ສວນ; ສ່ວນເຄື່ອງຕິດຕົວມີໃບຂັບຂີ່ອອກຊື່ທ້າວສົມລີ ເລົ່າ 1 ໃບ ແລະ ບັດປະຈໍາຕົວ1 ບັດ.

ຜ່ານການສືບສວນ-ສອບສວນ ທ້າວ ສົມລີ ເລົ່າ ສາລະພາບວ່າ: ເວລາປະມານ 18:00 ໂມງ ຂອງ ວັນທີ 25 ພຶດສະພາ 2021, ທ້າວ ດາ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຂັບຂີ່ລົກກະບະວີໂກ້ ສີປອນເງິນ ບໍ່ຈື່ໝາຍເລກທະບຽນມາ ສົ່ງຢາບ້າ ຈໍານວນ 549 ມັດ ຫຼື 1.098.000 ເມັດ ໃຫ້ຕົນເພື່ອໃຫ້ຂົນສົ່ງຢາບ້າດັ່ງກ່າວໄປໃຫ້ຄົນບໍ່ຮູ້ຊື່ຢູ່ບ້ານສີເກີດ

ນະຄອນຫຼວງວຽງຈັນ; ເຊິ່ງຄ່າຈ້າງແມ່ນ 200 ບາດ ຕໍ່ 1 ມັດ, ຜູ້ກ່ຽວ ຈຶ່ງເອົາຢາບ້າດັ່ງ ກ່າວຊຸກເຊື່ອງຢູ່ໃນລົດກະບະຣີໂວ້ ແລະ ເວລາປະມານ 20:00 ໂມງ ຂອງວັນດຽວກັນ, ທ້າວ ກວາງ (ຄົນຫວຽດນາມ) ໄດ້ຂັບຂີ່ລົດກະບະຮຸນໄດສີຂາວ ບໍ່ຈື່ໝາຍເລກທະບຽນມາສົ່ງແປ້ງຝຸ່ນໃຫ້ຜູ້ກ່ຽວຢູ່ເຮືອນ ຈໍານວນ 48 ເປົາ

ເພື່ອໃຫ້ຂົນສົ່ງໄປນະຄອນຫຼວງວຽງຈັນ; ເຊິ່ງຄ່າຈ້າງແມ່ນ 150.000 ບາດ ຕໍ່ 1 ໂຕນ, ຜູ້ກ່ຽວຈຶ່ງໄດ້ເອົາເເປ້ງຝຸ່ນ ຈໍານວນດັ່ງກ່າວໄປຊຸກເຊື່ອງໄວ້ໃນເຮືອນຄົວ. ມາຮອດຕອນເຊົ້າຂອງມື້ຕໍ່ມາ, ຈຶ່ງຖືກເຈົ້າ ໜ້າທີ່ ເຂົ້າກັກຕົວ ພ້ອມເຄື່ອງຂອງກາງມາດໍາເນີນຄະດີ.

ນອກນັ້ນ, ໄລຍະຜ່ານມາ ທ້າວ ສົມລີ ເລົ່າ ຍັງເຄີຍຂົນສົ່ງຢາບ້າໃຫ້ ທ້າວ ດາ ຈາກເເຂວງອຸດົມໄຊ ໄປສົ່ງໃຫ້ຄົນ (ບໍ່ຮູ້ຊື່) ຢູ່ນະຄອນຫຼວງວຽງຈັນ ມາແລ້ວ 3 ຄັ້ງ ລວມຢາບ້າແມ່ນ 900 ມັດ ຫຼື 1.800.000 ເມັດ ໄດ້ເງິນຄ່າຈ້າງຈໍານວນ 180.000 ບາດ ແລະ

ໄດ້ຂົນສົ່ງແປ້ງຝຸ່ນໃຫ້ທ້າວ ກວາງ ຈາກແຂວງອຸດົມໄຊ ໄປນະຄອນຫຼວງວຽງຈັນ 2 ຄັ້ງໆລະ 1 ໂຕນ ໄດ້ເງິນຈໍານວນ 300.000 ບາດ; ສ່ວນປືນສັ້ນ 9 ມມ ພ້ອມລູກປືນເເມ່ນຊື້ນໍາຄົນບໍ່ຮູ້ຊື່ໃນລາຄາ 15.000 ບາດ, ສ່ວນ ໝື້ໝາກຟ່າ 5 ຫຼອດ ພ້ອມແກ້ບ ໝາກຟ່າ 5 ດອກ ແມ່ນໄດ້ຊື້ນໍາ ຄົນຢູ່ຈຸດກໍ່ສ້າງເສັ້ນທາງລົດໄຟ ເຂດເມືອງງາ.

ຜ່ານການຄົ້ນຄວ້າ, ປະຫານຊີວິດ, ພ້ອມທັງຮິບຢາບ້າ ແລະ ແປ້ງຄາເຟອິນມາທຳລາຍຖິ້ມ, ຮິບປືນສັ້ນ 9 ມມ ພ້ອມດ້ວຍລູກ 25 ລູກ ແລະ ວັດຖຸລະເບີດຊະນິດໝາກຟ່າ 5 ຫຼອດ ພ້ອມແກັບ 5 ດອກມາເປັນຂອງລັດ

ແລ້ວມອບໃຫ້ພາກສ່ວນທີ່ກ່ຽວຂ້ອງຄຸ້ມຄອງຮັກສາໄວ້ຕາມລະບຽບກົດໝາຍ, ຮີບເງິນຈຳນວນ 480.000 ບາດ ທີ່ໄດ້ຈາກການກະທຳຜິດ ແລະ ລົດກະບະຣີໂວ້ ຂອງຈໍາເລີຍ ທີ່ໄດ້ ນໍາໃຊ້ເຂົ້າໃນການກະທຳຜິດມາເປັນຂອງລັດ.

Leave a Reply

Your email address will not be published. Required fields are marked *

Back to top button