ຂ່າວດີ !!! ແຈ້ງການ: ປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ !

ແຈ້ງການ! ປັບລົງລາຄານ້ຳມັນທຸກປະເພດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 28 ກໍລະກົດ 2022 ເວລາ 06:00 ໂມງ ເປັນຕົ້ນໄປ.

ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0921/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 27 ກໍລະກົດ 2022 .ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ລາຍລະອຽດການປ່ຽນແປງລາຄານໍ້າມັນ:

– ແອັດຊັງພິເສດ ປັບລົງ 1910ກີບ/ລິດ.

– ແອັດຊັງທຳມະດາ ປັບລົງ 460 ກີບ/ລິດ.

– ກາຊວນ ປັບລົງ 680 ກີບ/ລິດ.

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0617/ກຄພນ ລົງວັນທີ 27 ກໍລະກົດ 2022 ຈົນກວ່າຈະມີການປ່ຽນແປງ ແລະ

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0865/ອຄ, ລົງວັນທີ 27 ກໍລະກົດ 2022.

Leave a Reply

Your email address will not be published. Required fields are marked *

Back to top button