ອ້າວ ຊວຍແລ້ວ!..ຣັສເຊຍປ່ຽນແຜນ ຈະປົດປ່ອຍປະເທດຢູເຄຣນທັງໝົດ ຈາກລັດຖະບານ ເຊ ທີ່ສໍ້ສົນ

ອ້າວ ຊວຍແລ້ວ!..ຣັສເຊຍປ່ຽນແຜນ ຈະປົດປ່ອຍປະເທດຢູເຄຣນທັງໝົດ ຈາກລັດຖະບານ ເຊ ທີ່ສໍ້ສົນ

ຈາກທ່າທີທີ່(ຈອງຫອງຈອງວອງ ແບບແຂງຍ່ຽວ) ແຂງກ້າວຂອງລັດຖະບານເຊເລນສກີ ແລະທ່າທີທີ່(ຈອງລ້າງຈອງຜານ)ເປັນປະຕິປັກຂອງພັນທະມິດຕາເວັນຕົກ ເຮັດໃຫ້ເປົ້າໝາຍຣັສເຊຍ

ມື້ນີ້ປ່ຽນໄປ ຈາກການປົດປ່ອຍດອນບາສ ສູ່ພູມີພາກຕາເວັນອອກ ມາບັດນີ້ ປ່ຽນເປັນ ຈະປົດປ່ອຍປະເທດຢູເຄຣນທັງໝົດ ຂັບໄລ່ລັດຖະບານເຊເລນສກີ ທີ່ສໍ້ສົນ ໃຫ້ພົ້ນປະເທດໄປເລີຍ (ໄປກັບໜີ້ກ້ອນໃຫຍ່ ແລະນະໂຍບາຍເຮັງຊວຍຂອງເຂົາ) ຢູເຄຣນຈະໄດ້ປອດໃສຂາວສະອາດ ເປັນມິດກັບເພື່ອນບ້ານ.. ປະມານນັ້ນ

“..ແນ່ນອນວ່າ ເຮົາຈະຊ່ວຍຢູເຄຣນ ກຳຈັດລັດຖະບານ ເຊິ່ງເປັນລັດຖະບານທີ່ຕໍ່ຕ້ານປະຊາຊົນ ແລະຕໍ່ຕ້ານປະຫວັດສາດ..” ເຊີຣ໌ເກ ລາຣອຟ ລັດຖະມົນຕີການຕ່າງປະເທດຣັສເຊຍ ກ່າວມື້ນີ້ ທີ່ຄອງໂກ..

ລາຟຣອຟ ເສີມວ່າ ຜ່ານມາ ຄຽບ ແລະພັນທະມິດຕາເວັນຕົກ ໂຄສະນາເຜີຍແຜ່ ຊວນເຊື່ອໂດຍມີເປົ້າໝາຍເພື່ອໃຫ້ຢູເຄຣນ ກາຍເປັນສັດຕູຢ່າງຖາວອນກັບຣັສເຊຍ..

“..ເຮົາເຄີຍພະຍາຍາມແກ້ໄຂຍຸຕິບັນຫາ ຜ່ານການເຈລະຈາໃນເດືອນພຶດສະພາ ແຕ່ເບິ່ງເໝືອນວ່າຄຽບ ແລະຝັ່ງຕາເວັນຕົກ ບໍ່ຕ້ອງການໃຫ້ເປັນເຊັ່ນນັ້ນ.. ພວກເຂົາສືບຕໍ່ສ້າງຄວາມສັບສົນໃຫ້ກັບສະຖານະການຂະຫຍາຍກວ້າງອອກໄປ..” ລາຟຣອຟ ກ່າວ..

(ເມື່ອພວກມັນຕ້ອງການ ກໍຍິນດີຈັດໃຫ້.. ໃຜຈະສົນ)

ຊົມຄລີບ

ที่มา: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button