ອ້າວ ຍອມຫງາຍບາດແລ້ວ ໄປບໍ່ລອດ ຫົວຂັວນຈົນເຈັບໄສ້

ອ້າວ ຍອມຫງາຍບາດແລ້ວ ໄປບໍ່ລອດ ຫົວຂັວນຈົນເຈັບໄສ້ ມຶງຊິບັນເທີງໄປເຖິງໃສ..

ຂວ້ຳບາດຣັສເຊຍ ບໍ່ຊື້ພະລັງງານ ອາຫານຣັສເຊຍ ຢາກໃຫ້ຣັສເຊຍອ່ອນແອ ແຕ່ຂວ້ຳໄປຂວ້ຳມາ ກັບກາຍເປັນຂວ້ຳບາດຕົນເອງ ທີ່ຂາດແຄນພະລັງງານ ອາຫານ ແລະປຸ໋ຍຢ່າງໜັກ ຈົນຊາວບ້ານທົນບໍ່ໄດ້

ລຸກຂຶ້ນຂັບໄລ່ເກືອບທຸກລັດຖະບານໃນຢູໂຣບ ແລະເມກາ ເຮັດໃຫ້ລົ້ມໄປແລ້ວ 5 ລັດຖະບານ ຍ້ອນພະລັງງານຣັສເຊຍພົ່ນພິດ.. ຂະນະທີ່ເບື້ອງຣັສເຊຍ ພັດລວຍເອົາລວຍເອົາ ແຕ່ລະມື້ນັບເງິນຈົນມືໂພງ..

ຫຼ້າສຸດ ພາກັນຢຸດຂວ້ຳບາດ ອະນຸຍາດຣັສເຊຍ ສາມາດຂາຍຜ່ານໄປຍັງປະເທດທີ 3 ໄດ້.. ອ້າງ ເພື່ອແກ້ໄຂວິກິດພະລັງງານໂລກ ພະນະ..

“..ໃນມູມມອງເພື່ອຫຼີກລຽງຄວາມເປັນໄປໄດ້ທີ່ຈະເກີດຜົນກະທົບທາງລົບໃດໆຕໍ່ຄວາມໝັ້ນຄົງທາງອາຫານ ແລະພະລັງງານທົ່ວໂລກ ອີຢູ ຈິ່ງຕັດສິນໃຈຂະຫຍາຍຂໍ້ຍົກເວັ້ນ

ຈະບໍ່ຫ້າມການທຳທຸລະກຳກັບບໍລິສັດທີ່ມີລັດເປັນເຈົ້າຂອງ ໃນເລື່ອງການທຳທຸລະກຳກ່ຽວກັບຜະລິດຕະພັນທາງການກະເສດ ແລະການຂົນສົ່ງນ້ຳມັນໄປຍັງປະເທດທີ 3 ” ອີຢູ ຖະແຫຼງມື້ນີ້..

ຊົມຄລີບ

ທີ່ມາ: ສາຍຂ່າວ

Leave a Reply

Your email address will not be published. Required fields are marked *

Back to top button