ມ່ວນແທ້ແດ້ ໂຕໂນ່ ! ໂຕໂນ່ ລອຍນ້ຳຄັ້ງນີ້ໄລບະທາງໄປກັບ 15 ກິໂລແມັດ

ພາບບັນຍາກາດຊ່ວງເຊົ້າ ໃນໂຄງການລອຍນ້ຳຂ້າມຂອງ ເພຶ່ອນຳເງິນຊ່ວຍເຫຼືອສອງຝັ່ງລາວໄທ ເລີ່ມຕົ້ນດ້ວຍການລຳທວາຍພໍ່ປູ່ພະຍານາກທີ່ລານອົງພະຍາສີສັດຕະນາກ ແຂວງນະຄອນພະນົມ

ໂດຍມີໂຕໂນ້ພາຄິນ ແລະເຫຼົ່ານັກສະແດງຄົນດັງ ພ້ອມກັບນາງລຳຈຳນວນ200 ກວ່າຄົນທີ່ຮ່ວມລຳທວາຍ ພາຍໃຕ້ໂຄງການ “One Man & The River ໜຶ່ງຄົນລອຍຫຼາຍຄົນໃຫ້

ເຊິ່ງຈະໄດ້ລົງລອຍແຕ່ຈຸດພະຍາສີສັດຕະນາຄາ ຈັງຫວັດນະຄອນພະນົມ ມາຍັງ ວັດພະທາດສີໂຄດຕະບອງແຂວງຄຳມ່ວນ ປະເທດລາວເຮົາ ໄລຍະທາງໄປກັບລວມ 15 ກິໂລເມັດ

ພາຍໃນງານເຕັມໄປດ້ວຍແຟນຄັບພໍ່ແມ່ປະຊາຊົນຈຳນວນຫຼວງຫຼາຍມາເຟົ້າໃຫ້ກຳລັງໃຈ

ເຊິ່ງຍອດບໍລິຈາກຕອນນີ້ຢູ່ 21 ລ້ານບາດ ( ແຕ່ລ່າສຸດແມ່ນ ຍອດບໍລິຈາກທະລຸ 34 ລ້ານບາດແລ້ວ, ລໍຖ້າລວມຍອດສຸດທ້າຍ ອາດເຖິງ 40 ລ້ານບາດ ) ແມ່ນຈະໄດ້ນຳໄປມອບໃຫ້ໂຮງມໍ2 ຝັ່ງ ຄືທາງນະຄອນພະນົມ ແລະ ຄຳມ່ວນເພື່ອຊ່ວຍເຫຼືອອຸປະກອນການແພດທີ່ຂາດ

ຖືວ່າເປັນບຸນກຸສົນຍິ່ງໃຫຍ່ເນື່ອງຈາກເປັນການປະກອບສ່ວນໃນການໄດ້ຊ່ວຍເຫຼືອຫຼາຍໆຊີວິດທີ່ລໍຖ້າຢູ່

,,

,,

,,

ຊົມຄລີບ

ຂອບໃຈຮູບຈາກ : ໄທຣັດ Thairath

Leave a Reply

Your email address will not be published. Required fields are marked *

Back to top button