ຈັດສັນຊາວຄ້າຂາຍ ໃຫ້ອອກຈາກຂອບທາງຍ່າງ ໜ້າຕຶກໂຮງໝໍມະໂຫສົດ

ເມືອງສີສັດຕະນາກ ຈັດສັນຊາວຄ້າຂາຍ ໃຫ້ອອກຈາກຂອບທາງຍ່າງ ໜ້າຕຶກໂຮງໝໍມະໂຫສົດ

ວັນທີ 21 ກໍລະກົດ 2022, ຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ຂອງເມືອງສີສັດຕະນາກ ນວ ນໍາພາໂດຍ ທ່ານ ສິງຫາ ວົງພັກດີ ຫົວໜ້າຫ້ອງວ່າການ ເມືອງສີສັດຕະນາກ ທັງເປັນຫົວໜ້າຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍພາຍໃນເມືອງ,

ມີ ທ່ານ ດຣ ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ, ມີ ພັທ ອິນປັນ ຫາດາວເຮືອງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງສີສັດຕະນາກ, ພ້ອມດ້ວຍຄະນະ ໄດ້ລົງກ່າວເຕືອນ ແລະ

ຮຽກຮ້ອງໃຫ້ຊາວຄ້າຂາຍ ທີ່ຍູ້ລໍ້ມາຂາຍເຄື່ອງຊະຊາຍຕາມແຄມທາງ ທີ່ສ້າງຄວາມແອອັດ ແລະ ກີດຂວາງການສັນຈອນ ເຮັດໃຫ້ບໍ່ມີຄວາມເປັນລະບຽບຮຽບຮ້ອຍ.

ທ່ານ ສິງຫາ ວົງພັກດີ ໃຫ້ຮູ້ວ່າ: ການລົງກ່າວເຕືອນຊາວຄ້າຂາຍຄັ້ງນີ້ ແມ່ນອີງໃສ່ຂໍ້ຕົກລົງເລກທີ 1184/ຈນວ, ລົງວັນທີ 20 ທັນວາ 2017 ວ່າດ້ວຍການຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງ ແລະ ຊານເມືອງ ແລະ ຂໍ້ຕົກລົງເລກທີ 137/ຈມ.ສສນ, ລົງວັນທີ 20 ພຶດສະພາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ໃນຕົວເມືອງສີສັດຕະນາກ,

ຄະນະຮັບຜິດຊອບຈິ່ງ ໄດ້ສົມທົບກັບໂຮງໝໍມະໂຫສົດ ແລະ ພາກສ່ວນກ່ຽວຂ້ອງ ລົງຈັດສັນຄວາມບໍ່ເປັນລະບຽບຮຽບຮ້ອຍ ເຂດໂຮງໝໍມະໂຫສົດ ທີ່ມີຊາວຄ້າຂາຍຍູ້ລໍ້ມາຂາຍເຄື່ອງແຄມທາງ ເຂດໜ້າຕຶກສຸກເສີນ ໂຮງໝໍມະໂຫສົດ ພາໃຫ້ເກີດການອັ່ງອໍ, ແອອັດ ການສັນຈອນ ເຮັດໃຫ້ຜູ້ມາໃຊ້ບໍລິການມີຄວາມສັບສົນ,

ຜ່ານມາ ຄະນະຮັບຜິດຊອບ ໄດ້ສຶກສາອົບຮົມ ກ່າວເຕືອນແລ້ວຈໍານວນຫຼາຍຄັ້ງ ແຕ່ກໍຍັງບໍ່ມີການຢຸດເຊົາ ຫຼື ຍ້າຍອອກ. ສະນັ້ນ, ຄະນະທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈິ່ງໄດ້ລົງມາຕັກເຕື່ອນ, ຖ້າຫາກຍັງມີການດື້ດ້ານຝ່າຝືນ ຈະນໍາໃຊ້ມາດຕະການໄດ້ສຶກສາອົບຮົມ ແລະ ເຮັດບົດບັນທຶກ, ຈະໄດ້ຢຶດເຄື່ອງ ໃຊ້ມາດຕະການປັບໃໝຕາມລະບຽບ.

ທ່ານ ດຣ ບຸນໂຮມ ກັນທະວົງ ໃຫ້ຮູ້ວ່າ: ຜ່ານມາ ມີຊາວຄ້າຂາຍຈໍານວນໜຶ່ງ ນໍາອາຫານ, ໝາກໄມ້ ໃສ່ລໍ້ຍູ້ຊຸກມາຂາຍໜ້າຕຶກສຸກເສີນ ຂອງໂຮງໝໍ ພາໃຫ້ເກີດຄວັນຈາກການປີ້ງ, ຈີ່, ສົ່ງກິ່ນເໝັ່ນຄາວ ແລະ ສ້າງຄວາມເປິເປື້ອນ

ສົ່ງຜົນກະທົບຕໍ່ສຸຂະພາບ ແພດ, ໝໍ ແລະ ຜູ້ທີ່ມາໃຊ້ບໍລິການ, ດັ່ງນັ້ນ ຈິ່ງຂໍຮຽກຮ້ອງຊາວຄ້າຂາຍ ຈົ່ງໃຫ້ຄວາມຮ່ວມມື ຢຸດເຊົາມາຂາຍເຄື່ອງ ໃນສະຖານທີ່ດັ່ງກ່າວ ເພື່ອຈະໄດ້ອານາໄມ ໃຫ້ມີຄວາມສະອາດຈົບງາມ ເຮັດໃຫ້ຜູ້ມາໃຊ້ບໍລິການຢູ່ໂຮງໝໍ ແລະ ການສັນຈອນໄປ-ມາ ມີຄວາມສະດວກສະບາຍຫຼາຍຂຶ້ນ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button