ປະທານາທິບໍດີຄົນໃໝ່ຂອງອິນເດຍ

ດຣູປາດີ ເມີມູ ນັກການເມືອງຜູ້ຍິງ ຈາກຊົນເຜົ່າສັນທາຣ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຄົນໃໝ່ ແລະ ເປັນຄົນຊົນເຜົ່າຄົນທຳອິດຂອງອິນເດຍ ທີ່ດຳລົງຕຳແໜ່ງຂັ້ນສູງສຸດທາງການເມືອງ.

ໃນວັນທີ 22 ກໍລະກົດ 2022 ສື່ທາງການຂອງອິນເດຍ ໄດ້ລາຍງານວ່າ: ຜົນຄະແນນຈາກລັດສະພາອິນເດຍທີ່ໄດ້ລົງຄະແນນເລືອກຕັ້ງປະທານາທິບໍດີຄົນໃໝ່ໃນຕົ້ນອາທິດນີ້

ໄດ້ຮັບການເປີດເຜີຍໂດຍຄະນະກຳມະການເລືອກຕັ້ງໃນວັນພະຫັດທີ່ຜ່ານມານີ້ ທີ່ໄດ້ລະບຸວ່າ ດຣູປາດີ ເມີມູ ນັກການເມືອງຈາກຊົນເຜົ່າສັນທຣາ ໄດ້ຮັບລົງຄະແນນສຽງກາຍເຄິ່ງໜຶ່ງ ຈາກສະມາຊິກສະພາຜູ້ແທນລາດສະດອນ ໃນລັດສະພາ ແລະ ຈາກສະມາຊິກສະພານິຕິບັນຍັດລະດັບພູມີພາກທົ່ວປະເທດ.

ດຣູປາດີ ເມີມູ ອາຍຸ 64 ປີ ໄດ້ຮັບການສະເໜີຊື່ຈາກພັກພາຕິຍະ ຊະນະຕາ (BJP) ຂອງນາຍົກລັດຖະມົນຕີເຣນທຣາ ໂມດີ ໃຫ້ຮ່ວມຊິງຕຳແໜ່ງປະທານາທິບໍດີ.

ດຣູປາດີ ເມີມູ ຈະເປັນປະທານາທິບໍດີ ຄົນທີ 15 ຂອງອິນເດຍ ແລະ ເປັນຜູ້ຍິງ  ທີ່ເປັນປະທານາທິບໍດີ ຄົນທີ່ 2 ຂອງປະເທດ, ແຕ່ກ່ອນ ເມີມູ ແມ່ນມີອາຊີບເປັນຄູ ກ່ອນທີ່ຈະເຂົ້າມາວົງການ ການເມືອງ ແລະ ເຄີຍເປັນເຈົ້າແຂວງມາກ່ອນ.

ການດຳລົງຕຳແໜ່ງຂອງ ດຣູປາດີ ເມີມູ ເປັນການສະແດງໃຫ້ເຫັນວ່າ ຜູ້ຍິງກໍສາມາດດຳລົງຕຳແໜ່ງຂັ້ນສູງໃນລັດຖະບານກໍໄດ້ເຊັ່ນກັນ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button