ຫົດຫູ່ໃຈເດະ..!!!ເດັກນ້ອຍໂຮງຮຽນ ອານຸບານຕິດເຊື້ອໂຄວິດ 1 ຄົນ ຜູ້ສຳຜັດ 55 ຄົນ

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບໂຄວິດ-19 ຢູ່ໃນ ສປປ ລາວ ໃນເຊົ້າວັນທີ 29 ສິງຫາ 2021 ນີ້ວ່າ:

ຫຼວງນ້ຳທາ ມີຄົນຕິດເຊື້ອໃນຊຸມຊົນ 2 ຄົນ ກຸ່ມທີ່ກ່ຽວພັນ ກັບ ບ້ານໃຫຍ່ສີເມືອງງາມ, ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ, ໃນນັ້ນ 01 ຄົນ ແມ່ນເດັກອານຸບານ ເຂົ້າໂຮງຮຽນອະນຸບານ (ກຸ່ມສຳຜັດ ທັງໝົດ 55 ຄົນ ໄດ້ເກັບຕົວຢ່າງ ແລະ ພັກ ຈຳກັດບໍລິເວນແລ້ວ ໃນນັ້ນ ມີເດັກອານຸບານທັງໝົດ 37 ຄົນ, ຄູ 5 ແລະ ຄອບຄົວທີ່ເປັນເຈົ້າຂອງໂຮງຮຽນ)

ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 28 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,961 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ195 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນເຖິງ 98 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ 97 ຄົນ, ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 14,641 ຄົນ, ຄົນເຈັບເສຍຊີວິດສະສົມ 12 ຄົນ (ໃໝ່ 0 ຄົນ) ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 4,901 ຄົນ.

ກໍລະນີນໍາເຂົ້າ ມີ 97 ຄົນ ແມ່ນມາຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 3 ຄົນ, ບໍລິຄຳໄຊ 7 ຄົນ, ຄຳມ່ວນ 9 ຄົນ, ສາລະວັນ 6 ຄົນ ແລະ ຈຳປາສັກ 71 ຄົນ ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ການຕິດເຊື້ອໃນຊຸມຊົນ 98 ຄົນ ໃນວັນທີ 28 ສິງຫາ 2021 ມີຂໍ້ມູນດັ່ງນີ້: ນະຄອນຫຼວງ 12 ຄົນ, ບໍ່ແກ້ວ 15 ຄົນ, ຫຼວງພະບາງ 4 ຄົນ, ຫຼວງນ້ຳທາ 2 ຄົນ, ອຸດົມໄຊ 2 ຄົນ, ວຽງຈັນ 1 ຄົນ, ຄຳມ່ວນ 5 ຄົນ, ສະຫວັນນະເຂດ 57 ຄົນ.

ລາຍລະອຽດ ຜູ້ຕິດເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງ ແລະ ບັນດາແຂວງ ມີດັ່ງນີ້:

ນະຄອນຫຼວງ 12 ຄົນ : ເມືອງຫາດຊາຍຟອງ: ບ້ານທ່າເດື່ອ 2 ຄົນ, ບ້ານປາກເບັງ 1 ຄົນ ແມ່ນນອນໃນຈຸ້ມບ້ານໜອງແຫ້ວ-ສິມະໂນ ທີ່ກ່ຽວພັນກັບ ບລສ ເບຍລາວ-ເປັບຊີ, ເມືອງໄຊທານີ: ບ້ານຈະເລີນໄຊ 2 ຄົນ, ບ້ານຕານມີໄຊ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read), ເມືອງນາຊາຍທອງ: ບ້ານດົງຫຼວງ 1 ຄົນ, ບ້ານນາສ້ຽວ 1 ຄົນ, ບ້ານສີເກີດ 1 ຄົນ, ບ້ານໂພນແກ້ວ 1 ຄົນ (ໃນນີ້ມີພະນັກງານທີ່ເຮັດວຽກຢູ່ອົງການ Room to read), ເມືອງສີສັດຕະນາກ: ບ້ານຈອມເພັດ 2 ຄົນ.

ສຳລັບສະຖານທີ່ສ່ຽງທີ່ຜູ້ຕິດເຊື້ອໄດ້ເດີນທາງໄປໃນນະຄອນຫຼວງ ມີ: ບໍລິສັດລັດວິສາຫະກິດຂົນສົ່ງທາງບົກທາງນ້ຳ , ບ້ານທ່າພະລານໄຊ, ເມືອງສີສັດຕະນາກ, ຮ້ານເຂົ້າປຽກຢູ່ຂ້າງວັດພັນໝັ້ນ, ເມືອງສີສັດຕະນາກ, ຮ້ານ ປີ້ງຫູໝູ ຢູ່ບ້ານໂພນຕ້ອງ, ເມືອງຈັນທະບູລີ, ຄລີນິກແຂ້ວຢູ່ 3 ແຍກໄຟແດງໂພນປ່າເປົ້້າ, ຮ້ານຕຳຢູ່ເຂດຖະໜົນຄູວຽງ, ກົງກັນຂ້າມກັບຮ້ານຂາຍໝາ, ຮ້ານປະດັບຍົນ ດົງປ່າແຫຼບ, ເມືອງຈັນທະບູລີ, ຕະຫຼາດຫົວຂົວ, ຕະຫຼາດສວນມອນ, ຮ້ານເຝີ 123 ຢູ່ໜ້າ ປກສ, ຮ້ານແລກປ່ຽນເງີນຕາຢູ່ທະນາຄານການຄ້າ(ແຄມຂອງ)

ບໍ່ແກ້ວ 15 ຄົນຈາກ ເມືຶອງຕົ້ນເຜິ້ງ ເປັນກໍລະນີສຳຜັດຂອງຜູ້ຊິດເຊື້ອກ່ອນໜ້ານີ້ ປະກອບມີ: ບ້ານສີເມືອງງາມ 3 ຄົນ, ບ້ານຄຸນບົງ 6 ຄົນ, ເຂດ ພິເສດ 5 ຄົນ, ຕົ້້ນເຜິ້ງ 1 ຄົນ.

ອຸດົມໄຊ 2 ຄົນກ່ຽວຂ້ອງກັບງານຊາປະນາກິດສົບຢູ່ເມືອງນ່ານ ແຂວງຫຼວງພະບາງ: ຜູ້ທີ 1 ເພດຊາຍ, ອາຍຸ 59 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນສາມີຂອງຜູ້ທີ່ໄປຮ່ວມງານສົບ, ຢູ່ບ້ານນາຝາຍ, ເມືອງນານ, ຜູ້ທີ 2 ເພດຍິງ, ອາຍຸ 36 ປີ, ບ້ານແກ້ງຊ້າງ, ເມືອງປາກແບງ ເປັນພີ່ນ້ອງກັນ.

ຫຼວງພະບາງ 4​ ຄົນ ທັງໝົດເຊື່ອມໂຍງກັບ ບ້ານນາຝາຍ, ເມືອງນານ ໄດ້ລາຍງານ ຜ່ານມາ.

ຄຳມ່ວນ 5 ຄົນ ໃນນັ້ນ 3 ຄົນແມ່ນຄອບຄົວດຽວກັນທີ່ພົວພັນກັບຜູ້ຕິດເຊື້ອມາກ່ອນ ແລະ 01 ຄົນ ເປັນເພດຊາຍ, ອາຍຸ 44 ປີ ອາຊີບພະນັກງານຂັບລົດ, ບ້ານມ່ວງໄຂ່, ເມືອງຫີນບູນ.

ສະຫວັນນະເຂດ 57 ຄົນ ມາຈາກ:ຈຸ້ມບ້ານ ໂພນສະຫວ່າງເໜືອ ມີ 19 ຄົນ ຊື່ງບ້ານນີ້ ເຄີຍໄດ້ລາຍງານໃນວັນທີ 26 ສິງຫາ ທີ່ຜ່ານມາ; ຈຸ້ມພະນັກງານຂັບລົດ ລັດຕະນະວົງ ແລະ ບໍລິສັດ ຂັບລົດຂົນສົ່ງ ມີ 08 ຄົນ, ຈຸ້ມບ້ານລັດຕະນະລັງສີ ມີ 08 ຄົນ, ເຫຼືອນັ້ນ ແມ່ນ ແບບກະແຈກກະຈາຍ ໃນບ້ານເທດສະບານຂອງນະຄອນໄປສອນ.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

Back to top button