ເຫັນດີເປັນເອກະພາບ ກໍານົດງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ

ເຫັນດີເປັນເອກະພາບ ກໍານົດງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃຫ້ເປີດໃນວັນທີ 13 ທັນວາ 2012 ແລະ ປິດວັນທີ 22 ທັນວາ 2022

ວັນທີ 18 ກໍລະກົດ 2022 ຜ່ານມານີ້ ຄະນະ ຮັບຜິດຊອບລະດັບຊາດ ໄດ້ຈັດກອງປະຊຸມຄະນະ ຮັບຜິດຊອບລະດັບຊາດ ຄັ້ງທີ V ໃນການຈັດງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໂດຍພາຍໃຕ້ການ ເປັນປະທານຂອງ ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງ ແຂວງຊຽງຂວາງ ທັງເປັນປະທານຈັດງານມະຫະກໍາ ກິລາແຫ່ງຊາດ ຄັ້ງທີ XI ແລະ

ທ່ານ ຮສ.ປອ ພຸດ ສິມ ມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທັງເປັນປະທານຮ່ວມຈັດງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI, ມີຄະນະຮັບຜິດຊອບລະດັບຊາດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະຮັບຜິດຊອບລະດັບຊາດ ຊຸດເກົ່າ,

ຫົວຫນ້າຫ້ອງວ່າການປົກຄອງແຂວງ, ຫົວຫນ້າກໍາມະ ການ, ວິຊາການແຕ່ລະພາກສ່ວນ ທີ່ເຮັດວຽກຮັບໃຊ້ ກອງປະຊຸມເຂົ້າຮ່ວມ.

ກອງປະຊຸມໄດ້ເຫັນດີເປັນເອກະພາບ ກໍານົດງານ ມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ໃຫ້ເປີດໃນວັນທີ 13 ທັນວາ 2012 ແລະ ປິດວັນທີ 22 ທັນວາ 2022, ພ້ອມດຽວກັນກໍເຫັນດີຕັດ ປະເພດກິລາເຮືອຊ່ວງ, ກິລາບີລຽດ-ສະນຸກເກີ ແລະ ກິລາໂບລິ້ງ ອອກ, ຂະນະທີ່ລາຍການສະແດງໃນພິທີ ເປີດ-ປິດ ແມ່ນໃຫ້ປັບປຸງຕາມທິດກະທັດຮັດ ເຫມາະສົມກັບສະພາບຄວາມເປັນຈິງ.

ນອກນີ້ຍັງໄດ້ຕັດຮອນບາງລາຍການສະແດງ ແລະ ຈໍາ ນວນພົນໃຫ້ຫນ້ອຍລົງ ໂດຍນໍາໃຊ້ສິລະປະພື້ນເມືອງ ທີ່ ມີທ່າແຮງໃນທ້ອງຖິ່ນ ພາຍໃນແຂວງ ແລະ ການ ສະແດງມືອາຊີບ ແຕ່ໃຫ້ຮັກສາໄດ້ຈິດໃຈເນື້ອໃນຂອງ ຊຽງຂວາງເກມ, ມອບໃຫ້ກໍາມະການກ່ຽວຂ້ອງປັບປຸງ, ຮີບຮ້ອນອອກແບບມາໃຫມ່

ເພື່ອໃຫ້ຄະນະຮັບຜິດຊອບ ພິຈາລະນາຕົກລົງ, ອະນຸກໍາມະການສວນສະຫນາມ ໃຫ້ ຄົ້ນຄວ້າປັບປຸງຮູບແບບ ພິທີຂໍໄຟສັກສິດ ແລະ ຮູບແບບພິທີຈູດທວນໄຟໃນພິທີເປີດງານຄືນໃຫມ່ ແລ້ວ ນໍາສະເຫນີຂໍການຕົກລົງເພື່ອດໍາເນີນການຕົວຈິງ; ມອບໃຫ້ຄະນະຮັບຜິດຊອບຕິດຕາມການກໍ່ສ້າງ ແລະ ສ້ອມແປງ,

ຮີບຮ້ອນສົມທົບກັບກໍາມະການເຕັກນິກຈັດການແຂ່ງຂັນ ຮີບຮ້ອນລົງກວດກາສະຫນາມ ແຂ່ງຂັນ, ສະຫນາມຝຶກຊ້ອມ, ສະຖານທີ່ພັກຂອງຄູຝຶກ, ນັກກິລາຂອງບັນດາແຂວງ, ນະຄອນຫຼວງ, ກະຊວງຕ່າງ ໆ ທີ່ຈະມາເຂົ້າຮ່ວມງານມະຫະກໍາກິລາແຫ່ງຊາດ ຄັ້ງທີ XI ໃຫ້ສໍາເລັດພາຍໃນເດືອນສິງຫາ 2022;

ມອບໃຫ້ ກໍາມະການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ປັບປຸງແຜນຕາມສະພາບການຕົວຈິງ ເພື່ອຮັບປະກັນ ຄວາມສະຫງົບປອດໄພ ໃຫ້ໄດ້ 100%

ສໍາລັບການຈັດງານແຂ່ງຂັນກິລາຄົນພິການທົ່ວປະເທດ ຄັ້ງທີ III ທີ່ແຂວງຊຽງຂວາງ ເປັນເຈົ້າພາບ ແມ່ນເຫັນດີ ຕາມການສະເຫນີຂອງກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ຊຶ່ງຈະໄດ້ຈັດການແຂ່ງຂັນກິລາ 7 ປະເພດ,

ໄລຍະການແຂ່ງຂັນ ແລະ ມື້ເປີດ-ປິດ ລະຫວ່າງວັນທີ 14-18 ມີນາ 2023, ສໍາລັບພິທີເປີດປິດ ແມ່ນກໍານົດວັນເວລາດຽວກັນ, ການແຕ່ງຕັ້ງຄະນະ ຮັບຜິດຊອບງານກິລາຄົນພິການ ສະເຫນີຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ ພິຈາລະນາແຕ່ງຕັ້ງ ກ່ຽວກັບແຜນງົບປະມານຮັບໃຊ້ງານກິລາຄົນພິການ

ທົ່ວປະເທດ ແມ່ນໃຫ້ກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ໃຫ້ສົມທົບກັບ ກົມການເງິນ ກະຊວງ ສຶກສາທິການ ແລະ ກິລາ, ກະຊວງການເງິນ ແລະ ແຂວງຊຽງຂວາງ.

ທີ່ມາ: ໜັງສືພິມລາວພັດທະນາ

Leave a Reply

Your email address will not be published. Required fields are marked *

Back to top button