ບັນດາ ຄູ່ບ່າວສາວ ທີ່ ຢູ່ນອນ ນຳກັນ ຫລາຍປີ ກ່ອນແຕ່ງ (ຜູ້ຊາຍ ມີແຕ່ ເສຍໆ…)

ສະບາຍດີທຸກທ່ານ ມື້ນີ້ ທະນາຍຄວາມ ຈະຍົກເອົາເຫດການໜື່ງທີ່ມັກເກີດຂື້ນຫຼາຍໃນສັງຄົມປັດຈຸບັນ ມາໃຫ້ພວກເຮົາໄດ້ຮັບຮູ້ ແລະ ເປັນກໍລະນີສຶກສາ.

ສັງຄົມປັດຈຸບັນເຫັນວ່າ ຄູ່ບ່າວສາວຫຼາຍຄູ່ ມັກຈະມາຢູ່ນໍາກັນກ່ອນການແຕ່ງດອງ ຊຶ່ງຫຼາຍຄູ່ກໍ່ຢູ່ກັນໄປແລ້ວແຕ່ງດອງເປັນຜົວເມຍກັນ, ຫຼາຍຄູ່ຢູ່ໆນໍາກັນໄປແລ້ວກໍ່ເລິກລາກັນໄປດ້ວຍເຫດຜົນຕ່າງໆນາໆ. ຊຶ່ງໃນທາງກົດໝາຍ ພວກເຮົາເອີ້ນວ່າ

“ການຮ່ວມປະເວນີກັນກ່ອນການເປັນຜົວເມຍ” ແລະ ມື້ນີ້ ທະນາຍຄວາມຈະຍົກເອົາຜົນສະທ້ອນຂອງການຮ່ວມປະເວນີກັນກ່ອນການເປັນຜົວເມຍ ມາເປັນກໍລະນີສຶກສາ.ການຮ່ວມປະເວນີກັນກ່ອນການເປັນຜົວເມຍ

ຖ້າຝ່າຍຊາຍຫາກບໍ່ເອົາຝ່າຍຍິງເປັນເມຍ ຝ່າຍຊາຍຕ້ອງມາຮັບຜິດຊອບຕໍ່ຄ່າເສຍຫາຍ ເປັນຕົ້ນແມ່ນ: ຄ່າປົວແປງຈິດໃຈ, ຄ່າທຳອູ່ສູ່ຂວັນຝ່າຍຍິງ ແລະ/ຫຼື ຄອບຄົວຝ່າຍຍິງ ຕາມຮີດຄອງປະເພນີ.

ກໍລະນີມີການຖືພາ ຝ່າຍຊາຍຍັງຕ້ອງໄດ້ມາຮັບຜິດຊອບຕໍ່ຄ່າສີ້ນເປືອງໃນຟື້ນຟູສະພາບຮ່າງກາຍ, ຄ່າອອກລູກ ຫຼື ລຸລູກ, ຢູ່ກໍາ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ກ່ຽວຂ້ອງ.ແຕ່ຖ້າຝ່າຍຍິງ ຫາກບໍ່ເອົາຝ່າຍຊາຍເປັນຜົວ ຝ່າຍຍິງຈະບໍ່ມີຄວາມຮັບຜິດຊອບຕໍ່ຝ່າຍຊາຍແຕ່ຢ່າງໃດ.

ກໍລະນີຫາກມີການຖືພາ ຝ່າຍຊາຍຍັງຕ້ອງມີພັນທະໃນການຈ່າຍຄ່າລ້ຽງດູລູກອີກຕື່ມ ຈົນກວ່າລູກຈະພົ້ນກະສຽນອາຍຸ 18 ປີ.ສ່ວນການກໍານົດຄ່າລ້ຽງດູລູກ ແມ່ນໃຫ້ອີງໃສ່ຄ່າຄອງຊີບໃນແຕ່ລະໄລຍະ ໂດຍຖືເອົາເຄິ່ງໜື່ງຂອງເງິນເດືອນຕໍ່າສຸດຂອງພະນັກງານລັດເປັນພື້ນຖານການຄິດໄລ່.

ເມື່ອເຫັນກົດຫມາຍໄປແນວນນີ້ແລ້ວ ກໍ່ມີຊາຍທ່ານຫນື່ງຍົກບັນຫາມາວ່າ:

ຂໍແລກປ່ຽນຄວາມຄິດເຫັນນຳເດີ ຕໍ່ກັບການຮ່ວມປະເວນີກ່ອນການເປັນຜົວເມຍ ແລະ ຜົນສະທ້ອນທີ່ຈະຕາມມາເຫັນວ່າກົດໝາຍກໍໄດ້ກຳນົດລະອຽດພໍສົມຄວນແລ້ວ. ແຕ່ຂ້າພະເຈົ້າຂໍຍົກຕົວຢ່າງບາງເຫດການເຊັ່ນວ່າ:

ໃນເວລາຢູ່ຮ່ວມກັນ ຝ່າຍຊາຍ ໄດ້ພະຍາຍາມເຮັດວຽກຢ່າງໜັກເພື່ອຫາລ້ຽງຝ່າຍຍິງ ຈົນຜົນສຸດທ້າຍຕົນເອງໄດ້ເກີດອຸປະຕິເຫດເຮັດໃຫ້ພິການ ຊື່ງເປັນສາເຫດເຮັດໃຫ້ຝ່າຍຍິງບໍ່ເອົາຝ່າຍຊາຍ ໃນກໍລະນີນີ້ຈະມີຜົນສະທ້ອນທາງດ້ານກົດໝາຍແນວໃດ.

ທະນາຍຄວາມ ເຢ້ຢ່າງ ຈຶຊໍ່ ກໍ່ອະທິບາຍ ແລະ ຊີ້ແຈ້ງເພື່ອຄວາມເຂົ້າໃຈຕື່ມດັ່ງນີ້

ຂອບໃຈເດີ ທ່ານ!… ທີ່ຍົກປະເດັນນີ້ ມາແລກປ່ຽນກັນຂພຈ ຂໍແລກປ່ຽນ ແລະ ແຍກໂຈດນີ້ອອກເປັນ 2 ປະເດັນ ດັ່ງນີ້:ເວລາຢູ່ຮ່ວມກັນ ຝ່າຍຊາຍ ໄດ້ພະຍາຍາມເຮັດວຽກຢ່າງໜັກເພື່ອຫາລ້ຽງຝ່າຍຍິງ ຕໍ່ກັບກໍລະນີນີ້ ເຫັນວ່າ

ເຖິງຝ່າຍຍິງຈະບໍ່ມາຢູ່ນໍາຝ່າຍຊາຍກໍ່ຕາມ ຝ່າຍຊາຍຍັງຈະຕ້ອງເຮັດວຽກ ເພື່ອຫາລ້ຽງຕົນເອງຢູ່ເອງຢູ່ດີ ແລ້ວການທີ່ຝ່າຍຍິງ ເຂົ້າມາມີສ່ວນກ່ຽວຂ້ອງໃນຊີວິດຂອງຝ່າຍຊາຍກໍ່ເຫັນວ່າ ເປັນຄວາມຜູກພັນສ່ວນຕົວ, ຄວາມມັກຮັກ, ຄວາມຍິນຍອມ ແລະ ຄວາມສະໝັກໃຈ ຂອງສອງຝ່າຍ ໂດຍບໍ່ມີເງື່ອນໄຂ ຫຼື ການຕົກລົງໃດໆ.

ເກີດອຸບປະຕິເຫດເຮັດໃຫ້ພິການ ຊື່ງເປັນສາເຫດເຮັດໃຫ້ຝ່າຍຍິງບໍ່ເອົາຝ່າຍຊາຍ ປະເດັນນີ້ ເຫັນວ່າ ເປັນສິ່ງທີ່ຕ້ອງຍອມຮັບ ເພາະການເຂົ້າມາຂອງຝ່າຍຍິງບໍ່ໄດ້ມີເຈດຕະນາທີ່ຈະກໍ່ໃຫ້ເກີດຂື້ນ ແລະ/ຫຼື ເປັນຜູ້ກໍ່ໃຫ້ເກີດຂື້ນ ຄວາມເສຍຫາຍດັ່ງກ່າວ.

ຄວາມຮັບຜິດຊອບຕໍ່ຄວາມເສຍຫາຍທີ່ເກີດຂື້ນ ເຫັນວ່າ ເປັນຄົນລະເລື່ອງກັບຄວາມຜູກພັນຂອງຄູ່ບ່າວສາວ ເພາະເລື່ອງອຸບປະຕິເຫດ ພວກເຮົາຈະມາເວົ້າເຖິງການກະທໍາຜິດ ສ່ວນການເລິກລາກັນຂອງຄູ່ບ່າວສາວ ເປັນການຍອມຮັບບໍ່ໄດ້ໃນສິ່ງທີ່ຝ່າຍຊາຍເປັນໄປ ອັນເນື່ອງຈາກການເກີດອຸບປະຕິເຫດ ແຕ່ຕົ້ນເຫດຂອງບັນຫານີ້ ກໍ່ບໍ່ໄດ້ເກີດຈາກຝ່າຍຍິງ ຫຼື ຝ່າຍຍິງເປັນຄົນກໍ່ຂື້ນ.

ສະນັ້ນ, ຖ້າຈະເບິ່ງອີກມູມໜື່ງຂອງຂໍ້ກໍານົດທີ່ວ່າ “ຖ້າຍິງຊູ້ບໍ່ເອົາຊາຍຊູ້ເປັນຜົວ ຍິງຊູ້ຈະບໍ່ມີຄວາມຮັບຜິດຊອບໃດໆ” ນີ້ກໍ່ອາດເຫັນວ່າ ບໍ່ຍຸຕິທໍາສໍາລັບຝ່າຍຊາຍເທົ່າທີ່ຄວນ ແຕ່ ຂພຈ ຂໍຕິຄວາມ ແລະ ຂະຫຍາຍຈຸດປະສົງ ຂອງປະໂຫຍດນີ້ວ່າ “ຄວາມຜຸກພັນນີ້ເກີດຂື້ນຈາກຝ່າຍຊາຍ”

ຂໍຂອບໃຈ: ທະນາຍຄວາມ ເຢ້ຢ່າງ ຈຶຊໍ່

Leave a Reply

Your email address will not be published. Required fields are marked *

Back to top button