ສາວ ມາດາມໂບ ເສຍຄວາມຮູ້ສືກຫມົດ ແລະ ຈະບໍ່ມີການ ສະປອນເຊີ​ບານເຕະອີກແລ້ວ

ເພື່ອ ຢຸຕິ ດ່າມ່າ ກະແຟນນັກເຕະບານ ບາງຄົນ…ຂ້ອຍ​ຂໍອະນຸຍາດ ບໍ່ ສະປອນເຊີ​ບານເຕະອີກແລ້ວເດີ້
ເປື້ອງເງິນ ເສຍຈິດ ລ້າ ບ່າຍຄືກັນ

ຊົມຄລີບ

ສະໜັບສະໜູນ​ກີລາຫຍັງດີ ຂໍແບບບໍ່ມີ Drama ພໍກ່ອນ ເຕະບານ

ແລະ ສາວມາດາມໂບ ຍັງໄດ້ໂພສວ່າ: ໂຊກດີ​ຂອງ u 23 ກັບ U19 ຊຸດນີ້​ທີ່ມີ ຜູ້ໃຫ້ການສະໜັບສະໜູນ..​ແລະສຳຫລັບບາງຄົນທີ່ ເກັ່ງແຕ່ເວົ້າໃຫ້ຄົນອື່ນ ເຮັດ​ສາ ເຮັດແນ່!!​ ແລະຄຳເວົ້າເຈົ້າມັນຫາກດັງດອກ ດີກ່ອນມາເວົ້າໃຫ້​ວ່າ ສ້າງພາບ ເກາະກະແສ ນູ່ນນີ່ນັ້ນ

ຂີ່ໄວໂພ້ດດດ ມາຖ້າແຕ່ ດົນ. ຢາກໃຫ້ຮູ້ວ່າ ມາຖ້າຮັບແລ້ວເດີ້

ການລໍຄອຍຂອງແຟນບານ ທີ່ຢາກຕ້ອນຮັບ ນັກກີລາ …1ນາທີ ໂຄດມີຄ່າ ເຈົ້າ​ຫາກເຫັນວ່າ ຂ້ອຍມັກແລະຮັກ ບານເຕະສຳໃດ

ໃຫ້​ພາບມັນບັນລະຍາຍ ນາທີທີ່ເຫັນຂະບວນຂີ່ຜ່ານ ອະລັງການແຮງ ດີໃຈທີ່ ໄດ້ມີໂອກາດ​ໂບກທຸງຕອນຮັບ ທັບນັກກີລາທີ່ສ້າງຊື່ສຽງມາໃຫ້ແກ່ປະເທດລາວ

ພວກເຮົາ​ເລ​ືອກຢູ່ປະຕູໄຊເພື່ອຢາກເບິ່ງຂະບວນແຫ່ ວ່າເປັນແບບໃດ ເພື່ອຕ້ອນຮັບການກັບມາຂອງນັກກີລາ ຕໍ່ໄປຊິໄດ້ຮັບຕ້ອນກັນທຸກປີ ເພາະວົງການກີລາຊິປຽ່ນແປງແລ້ວ ນັບຈາກນາທີນີ້ໄປ

ຄືບໍ່ໄປຖ້າເຈີນັກກີລາຢູ່ວັດໄຕ!! ຢ້ອນປະກາດວ່າມີຂະບວນແຫ່ ຢາກມີໂມເມັ້ນ ເບິ່ງຂະບວນ.. ບໍ່ຈອດ ບໍ່​ວ່າເດີ້ ຂ້ອຍແຄ່ຢາກໃຫ້ຂີ່ຊ້າກ່ອນນີ້ແນ່

ພວກຂ້ອຍ​ກະຖ້າແຕ່5ໂມງ 555555 ແລະບ່ອນພວກຂ້ອຍຢູ່ກະຫລາຍຄືກັນ ຢາກມີໂມ້ເມັ້ນເຫັນປະຊາຊົນ ອອກມາຍືນຕ້ອນຮັບນັກກີລາຫັ້ນແຫລະ ຢາກໃຫ້ພວກນ້ອງຮູ້ວ່າ

ການທີ່ເຮັດຊື່ສຽງເພື່ຶອປະເທດຊາດ ແລະການທີ່ແຟນຄັບຕິດຕາມ ແລະໄດ້ຮັບຮູ້ເຖິງການທີ່ມີປະຊາຊົນໂບກມືຕ້ອນຮັບຕາມທາງ ❤️ ມັນນ່າພູມໃຈສຳໃດ ຈົດຈື່ບັນຍາກາດແບບນີ້ໄວ້ ແລະພັດທະນາຂື້ນໄປອີກ

Leave a Reply

Your email address will not be published. Required fields are marked *

Back to top button