ຜິດຫວັງຄັ້ງໃຫຍ່!..ຂະບວນແຫ່ບານ ທິມຊາດລາວ ຂີ່ໄວໂພດ ຢາກໃຫ້ຂີ່ຊ້າໆ ບໍ່ໄດ້ຫວາ

ຂີ່ໄວໂພ້ດດດ ມາຖ້າແຕ່ ດົນ. ຢາກໃຫ້ຮູ້ວ່າ ມາຖ້າຮັບແລ້ວເດີ້

ການລໍຄອຍຂອງແຟນບານ ທີ່ຢາກຕ້ອນຮັບ ນັກກີລາ …1ນາທີ ໂຄດມີຄ່າ ເຈົ້າ​ຫາກເຫັນວ່າ ຂ້ອຍມັກແລະຮັກ ບານເຕະສຳໃດ

ໃຫ້​ພາບມັນບັນລະຍາຍ ນາທີທີ່ເຫັນຂະບວນຂີ່ຜ່ານ ອະລັງການແຮງ ດີໃຈທີ່ ໄດ້ມີໂອກາດ​ໂບກທຸງຕອນຮັບ ທັບນັກກີລາທີ່ສ້າງຊື່ສຽງມາໃຫ້ແກ່ປະເທດລາວ

ພວກເຮົາ​ເລ​ືອກຢູ່ປະຕູໄຊເພື່ອຢາກເບິ່ງຂະບວນແຫ່ ວ່າເປັນແບບໃດ ເພື່ອຕ້ອນຮັບການກັບມາຂອງນັກກີລາ ຕໍ່ໄປຊິໄດ້ຮັບຕ້ອນກັນທຸກປີ ເພາະວົງການກີລາຊິປຽ່ນແປງແລ້ວ ນັບຈາກນາທີນີ້ໄປ

ຄືບໍ່ໄປຖ້າເຈີນັກກີລາຢູ່ວັດໄຕ!! ຢ້ອນປະກາດວ່າມີຂະບວນແຫ່ ຢາກມີໂມເມັ້ນ ເບິ່ງຂະບວນ.. ບໍ່ຈອດ ບໍ່​ວ່າເດີ້ ຂ້ອຍແຄ່ຢາກໃຫ້ຂີ່ຊ້າກ່ອນນີ້ແນ່

ພວກຂ້ອຍ​ກະຖ້າແຕ່5ໂມງ 555555 ແລະບ່ອນພວກຂ້ອຍຢູ່ກະຫລາຍຄືກັນ ຢາກມີໂມ້ເມັ້ນເຫັນປະຊາຊົນ ອອກມາຍືນຕ້ອນຮັບນັກກີລາຫັ້ນແຫລະ ຢາກໃຫ້ພວກນ້ອງຮູ້ວ່າ

ການທີ່ເຮັດຊື່ສຽງເພື່ຶອປະເທດຊາດ ແລະການທີ່ແຟນຄັບຕິດຕາມ ແລະໄດ້ຮັບຮູ້ເຖິງການທີ່ມີປະຊາຊົນໂບກມືຕ້ອນຮັບຕາມທາງ ❤️ ມັນນ່າພູມໃຈສຳໃດ ຈົດຈື່ບັນຍາກາດແບບນີ້ໄວ້ ແລະພັດທະນາຂື້ນໄປອີກ

ຊົມຄລີບ 1

ຊົມຄລີບ 2

Leave a Reply

Your email address will not be published. Required fields are marked *

Back to top button