ຕຳຫລວດ ຈັບໄວໜຸ່ມຄ້າຂາຍ ແລະ ຂົນສົ່ງສີ່ ງເສ ບ ຕິ ດ 100 ກວ່າກິໂລ

ປກສ ບໍລິຄຳໄຊ ຈັບໄວໜຸ່ມຄ້າຂາຍ ແລະ ຂົນສົ່ງຄັນຊາ 100 ກວ່າກິໂລ

,

ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ໄດ້ໃຫ້ຮູ້ວ່າ: ເວລາ 07 ໂມງ 30 ນາທີ ຂອງວັນທີ 01 ທັນວາ 2022 ໄດ້ມີພົນລະເມືອງດີລາຍງານວ່າ:

ຈະມີຄົນບໍ່ດີເຄື່ອນໄຫວຄ້າຂາຍ ແລະ ຂົນສົ່ງຢາເສບຕິດປະເພດຄັນຊາ ຢູ່ເຂດບ້ານ ປາກກະດິງເໜືອ, ເມືອງ ປາກກະດິງ, ດັ່ງນັ້ນຈຶ່ງໄດ້ຈັດຕັ້ງກໍາລັງເຈົ້າໜ້າທີ່ວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມ 01 ປາກກະດິງ ລົງກວດກາຂໍ້ມູນແຫຼ່ງຂ່າວເຫັນວ່າມີມູນຄວາມຈິງ,

ຮອດເວລາ 09 ໂມງ ຂອງວັນດຽວກັນກໍ່ພົບເຫັນເປົ້າໝາຍພວມເຄື່ອນຍ້າຍຢາເສບຕິດອອກຈາກບໍລິສັດຂົນສົ່ງແຫ່ງໜຶ່ງໄປຍັງເຮືອນຂອງຜູ້ກ່ຽວ ເຈົ້າໜ້າທີ່ຈຶ່ງເຂົ້າກັກຕົວ ຜູ້ຖືກຫາ ຊື່ ທ້າວ ໂອບີ່ ອາຍຸ 21 ປີ ປະຊາຊົນຢູ່ບ້ານ ປາກກະດິງເໜືອ ເມືອງ ປາກກະດິງ ພ້ອມຂອງກາງປະເພດ ຄັນຊາແຫ້ງອັດແທ່ງ ຈໍານວນ 101 ແທ່ງ, ນໍ້າໜັກ 105 ກິໂລກຼາມ ມາດໍາເນີນຄະດີຕາມກົດໝາຍ.

,

ຜ່ານການສືບສວນ-ສອບສວນໃນເບື້ອງຕົ້ນ ທ້າວ ໂອບີ່ ໄດ້ໃຫ້ການຮັບສາລະພາບວ່າ: ໄດ້ຮ່ວມກັບຜູ້ຮ່ວມຂະບວນການຢູ່ ເມືອງ ຄໍາເກີດ ແລະ ຢູ່ ບ້ານປາກກະດິງເໜືອ ເມືອງ ປາກກະດິງ ແຂວງ ບໍລິຄໍາໄຊ ເຄື່ອນໄຫວຄ້າຂາຍ ແລະ

ຂົນສົ່ງຢາເສບຕິດປະເພດຄັນຊາມາແລ້ວ 03 ຄັ້ງ ເຊິ່ງແຕ່ລະຄັ້ງແມ່ນຜູ້ຮ່ວມຂະບວນການຢູ່ເມືອງ ຄໍາເກີດ ໄດ້ຝາກຄັນຊາຜ່ານບໍລິສັດຂົນສົ່ງແຫ່ງໜຶ່ງມາລົງທີ່ສາຂາ ບ້ານ ປາກກະດິງເໜືອ

ຈາກນັ້ນຜູ້ກ່ຽວກໍ່ໄດ້ສົ່ງໄປໃຫ້ຜູ້ຮ່ວມຂະບວນການຢູ່ປະເທດໃກ້ຄຽງ, ຄັ້ງສຸດທ້າຍກໍ່ຖືກເຈົ້າໜ້າທີ່ກັກຕົວພ້ອມຂອງກາງຈໍານວນດັ່ງກ່າວມາດໍາເນີນຄະດີຕາມກົດໝາຍ.

ເຈົ້າໜ້າທີ່ ປກສ ເມືອງ ປາກກະດິງໄດ້ກ່າວວ່າ: ຄະດີດັ່ງກ່າວເຈົ້າໜ້າທີ່ຈະເອົາໃຈໃສ່ສືບສວນ-ສອບສວນຕໍ່ທ້າວ ໂອບີ່ ເພື່ອສະຫຼຸບສໍານວນຄະດີສົ່ງອົງການໄອຍະການປະຊາຊົນເພື່ອສົ່ງຟ້ອງສານຕັດສິນ ແລະ ຂະຫຍາຍຜົນຫາພັກພວກທີ່ຮ່ວມຂະບວນການດຽວກັນມາດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ຂ່າວ: ປກສ ບໍລິຄຳໄຊ

Leave a Reply

Your email address will not be published. Required fields are marked *

Back to top button