ພະຍາກອນອາກາດຂອງແຕ່ລະແຂວງ​ ປະຈຳວັນທີ 18-19 ກໍລະກົດ 2022

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງຈະສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງປານກາງ ຫາ ແຮງ, ສົມທົບກັບລົມຕາເວັນຕົກສ່ຽງໃຕ້ພັດປົກຄຸມເປັນສ່ວນໃຫ່ຍ

, ຊື່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນໃນແຕ່ລະພາກ ແລະ ຕົກປານກາງພ້ອມມີລົມພັດແຮງເປັນບາງໂອກາດຢູ່ແຂວງພາກກາງ ແລະ ພາກໃຕ້.

ພະຍາກອນອາກາດແຕ່ເວລາ 07 ໂມງ ຂອງວັນທີ 18/07/2022 ຫາ ເວລາ 07 ໂມງຂອງວັນທີ 19/07/2022.​ ພາກເໜືອດ້ານຕາເວັນອອກ (ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ) ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 19 29 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50% ຂອງພາກ.​ ອຸນຫະພູມໃນລະຫວ່າງ 23 – 35 ອົງສາ.

ນະຄອນຫຼວງວຽງຈັນ ອາກາດຮ້ອນ, ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 26 – 34 ອົງສາ.

ພາກກາງ (ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 2 – 34 ອົງສາ.

ແຂວງໄຊສົມບູນ. ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 19 – 29 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 2 – 33 ອົງສາ.

ສຳລັບ ເຂດພູພຽງບໍລະເວນ: ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ເປັນບາງໂອກາດຢູ່ບາງບໍລິເວນ ຫຼື ເນື້ອທີການປົກຫຸ້ມຂອງຝົນເທົ່າກັບ 50%. ອຸນຫະພູມໃນລະຫວ່າງ 18 – 29 ອົງສາ.

Leave a Reply

Your email address will not be published. Required fields are marked *

Back to top button