ເປັນຕາຢ້ານແທ້!.. ແຊໃຫ້ເຖິງຫນ່ວຍງານກ່ຽວຂ້ອງກວດສອບຄວາມຈິງ

ເປັນຕາຢ້ານແທ້. ມື້ວັນທີ 16/7/2022 ໄດ້ມີເຟສບຸກທ່ານຫນື່ງຊື່: Ta Xaiyaphone ໄດ້ໂພສວ່າ:

ບໍ່ຂໍເອີຍນາມວ່າແມ່ນໂຄງການໄດ ແຕ່ຂໍໃຫ້ທຸກຄົນທີ່ຢູ່ດ້ານລູ່ມຈົ່ງລະມັດລະວັງມີສະຕິ ແລະ ຄວນມີຫນ່ວຍງານເຂົ້າກວດສອບເພື່ອຄວາມປອດໄພ ເພາະຫນື່ງໃນນັ້ນຄືພໍ່ແມ່ລູງປ້ານ້າອາ,ຄອບຄົວຂ້າພະເຈົ້ານໍາທີ່ຢູ່ດ້ານລູ່ມ

ແຕ່ຢູ່ໃນໂພສນັ້ນ, ຜູ້ກ່ຽວກະບໍ່ໄດ້ລະບຸວ່າເຂື່ອນນີ້ຢູ່ໃສ່ ແລະແມ່ນເຂື່ອນໃດ ແລະ ແອັດກໍ່ບໍ່ຮູ້ວ່າເຂື່ອນນີ້ຢູ່ໃນ່ ຫລື ຢູ່ປະເທດໃດ, ແຕ່ເມື່ອຜູ້ກ່ຽວໂພສໄປກະມີຜູ້ຄົນທ່ານຫນື່ງ สะพาน ไม้ไผ่ ມາຄອມແມ່ນ ຢູ່ ເຂື່ອນໂພນສີ ປາກກະດີງ ນີ້ບໍ່ ແລ້ວ ມີ ເຟສບຸກທ່ານຫນື່ງຊື່ ครึ่งหนึ่ง ของชีวิต ຕອບວ່າ ແມ່ນ,

ນອກຈາກນັ້ນກໍ່ຍັງມີຫລາຍທ່ານ ຄອມແມ້ນ ຍ້ອນຄວາມເປັນຫ່ວງເຊື່ງ ມີເຟສບຸກທ່ານ Phonevixay Kpt ຄອມແມ່ນວ່າ: ຖ້າແມ່ນເລື່ອງຈິງແທ້ ເປັນຫຍັງຈັ່ງບອກສະຖານທີ່ບໍ່ໄດ້ ຊີວິດຄົນເປັນລ້ານເປັນແສນຊີວິດ ໃຫ້ແລກກັບຄຳປິດບັງຂອງຄົນໆຫນື່ງ

ຖ້າເປັນແບບນີ້ຫມາຍຄວາມວ່າແນວໃດ໊ອີກນໍທ່ານ ເວົ້າແບບນີ້ຈົງໃຈຢາກຂ້າຊີວິດມະນຸດຜູ້ບໍລິສຸດບໍ ຫລືວ່າ ຮັກສາຊີວິດມະນຸດຕາດຳຄືກັນ ຊີວິດມັນບໍ່ຄືເກມເດີທີ່ຈະເລີ່ມຊີວິດໃຫມ່ໄດ້ ຂ້າພະເຈົ້າເຄີຍພົບພໍ້ບັນຫາແບບນີ້ມາແລ້ວ

ສະນັ້ນຈັ່ງເປັນຫ່ວງເພື່ອນມະນຸດດ້ວຍກັນ ບໍ່ຢາກໃຫ້ເປັນອີກລາຍຕໍ່ໄປຂອງປະເທດລາວເຮົາ ຖ້າຂ້າພະເຈົ້າເວົ້າເກີນຂໍໂທດຂໍອະໄພນຳຫລາຍໆເດີເພາະເປັນຫ່ວງຊີວິດຂອງເພື່ອນມະນຸດດ້ວຍກັນ ເມືອງສະຫນາມໄຊເຄີຍປະສົບບັນຫານີ້ແລ້ວ ຂໍໃຫ້ຜ່ານໄປ ແລະ ຢ່າໃຫ້ມີເຫດການແບບນີ້ເກີດຂື້ນອີກໃນດິນແດນລາວເຮົາ


ແລະ ຫລານຄົນກະຄອມແມ້ນວ່າ: ນັ້ນລະທີ່ເວົ້າມານັ້ນ ຖ້າມີມູນຄວາມຈິງແທ້ ເປັນຫຍັງຕ້ອງປິດບັງ ຄືບໍ່ບອກຈຸດທີ່ຕັ້ງຂອງເຂື່ອນດັ່ງກ່າວນັ້ນເລີຍ ແລະ ດ້ວຍເຫດໃດ໋? ແຕ່ຖ້າບໍ່ມີມູນຄວາມຈິງບໍ່ຕ້ອງສ້າງກະແສ ເພື່ອເຮັດໃຫ້ສັງຄົມມີຄວາມສັບສົນວຸ້ນວາຍ ກັງວົນໃຈສະທ້າຍຢ້ານກົວ ທີ່ວ່າຂ້າພະເຈົ້າຄອມເມັ້ນມານີ້ເພື່ອວ່າຢາກຮູ້ຄວາມຈິງຄືກັນ

ເລື່ອງທີ່ແອັດເອົາມາລົງນີ້ ບໍ່ແມ່ນແອັດຈະມາປັ່ນປ່ວນສ້າງຄວາມບໍ່ສະງົບ ແຕ່ເນື່ອງຈາກ ແອັດມີຄວາມຫ່ວງໃຍເຖິງຊີວິດຂອງປະຊາຊົນ, ສະນັ້ນ ແອັດຈື່ງເອົາມາລົງ ເພື່ອແຊໃຫ້ເຖິງຫນ່ວຍງານລົງໄປກວດສອບ ຕົວຈິງ ແລະ ໄປ ຖາມຜູ້ໂພສ ກ່ອນ, ເພື່ອຄວາມເຂົ້າໃຈ ແລະ ຮູ້ເຫດຜົນ ແລະ ຄວາມຈິງ,

ຊົມຄລີບ : ຈາກ ครึ่งหนึ่ง ของชีวิต

Leave a Reply

Your email address will not be published. Required fields are marked *

Back to top button