ຢ່າຖືເບົາເດີ້! ເສຍຊີວິດໃຫມ່ 10 ຄົນ

ລາຍລະອຽດຜູ້ເສຍຊີວິດໃຫມ່ 10 ຄົນ ມີດັ່ງນີ້:

1). ເພດຍິ້ງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເຫນືອ, ແຂວງຫົວພັນພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ້ວ ບໍ່ທັນໄດ້ຮັບການສັກຢາວັກຊີນ ວັນທີ 01 ທັນວາ 2021: ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 2). ເພດຍິງ, ອາຍຸ 92 ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ – ພະຍາດປະຈໍາຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ – ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ. – ວັນທີ 30 ພະຈິກ 2021: ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງຫມໍແຂວງ ເນື່ອງຈາກຄອບຄົວຕິດວິດຫຼາຍຄົນແລະ ຜົນກວດພົບເຊື້ອ – ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນພະຍາດປະຈໍາຕົວ: ພະຍາດເລືອດ ໄດ້ສັກວັກຊີນປ້ອງກັນໂຄວິດຄົບ

ວັນທີ 1 ທັນວາ 2021: ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນໍາສົ່ງມາສູນປິ່ນປົວໂຄວິດໂພນ ໂຮງ.ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 4). ເພດຍິງ, ອາຍຸ 74 ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນພະຍາດປະຈໍາຕົວ: ໄຂມັນໃນເລືອດສູງ – ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ. • ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ. – ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນໍາສົ່ງມາສູນປິ່ນປົວໂຄວິດ. – ມາຮອດເວລາ 11:00 ໂມງຂອງວັນທີ 05 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 5). ເພດຍີງ, ອາຍຸ 60 ປີ, ບ້ານ ປາກຈັນ, ເມືອງ ຫນື່ນ, ແຂວງ ວຽງຈັນ – ພະຍາດປະຈໍາຕົວ: ພະຍາດເລືອດ – ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ. – ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄວິດ-19 ແລະ ນໍາສົ່ງມາສູນປິ່ນປົວໂຄວິດ. – ມາຮອດເວລາ 13:00 ໂມງຂອງວັນທີ 05 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 6). ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ – ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດເຮືອ – ບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 – ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປິ່ນປົວຢູ່ສູນ – ມາຮອດເວລາ 20:00 ນາທີ ໂມງຂອງວັນທີ 05 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 7). ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ – ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ – ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງຫມໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ – ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 8). ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລີ, ນະຄອນຫລວງ

ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງຫມໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາ ມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ – ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງຫມໍ ຜູ້ ທີ

9). ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ.ພະຍາດປະຈໍາຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ – ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັ້ມແນະນໍາເພື່ອ – ວັນທີ 02 ທັນວາ 2021: ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອຮອດເວລາ) 04:30 ນາທີຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ – ພະຍາດປະຈໍາຕົວ: ປະດົງຂໍ່ – ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ • ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງຫມົດ – ວັນທີ 30 ພະຈິກ 2021: ຜົນກວດເປັນບວກ – ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ມື້ນີ້ ມີລາຍງານກໍລະນີເສຍຊີວິດຫຼາຍກວ່າຫມູ່ ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈ

Leave a Reply

Your email address will not be published. Required fields are marked *

Back to top button