ສປປ ລາວ ສ້າງລາຍຮັບໄດ້ ຫຼາຍກ່ວາ 1.76 ຕື້ ໂດລ້າສະຫະລັດ ຈາກການສົ່ງໄຟຟ້າອອກຂາຍ ໄປຕ່າງປະເທດ ໃນປີ 2022

ສປປ ລາວ ສ້າງລາຍຮັບໄດ້ ຫຼາຍກ່ວາ 1.76 ຕື້ ໂດລ້າສະຫະລັດ ຈາກການສົ່ງໄຟຟ້າອອກຂາຍ ໄປຕ່າງປະເທດ ໃນປີ 2022, ເພີ່ມຂຶ້ນ 7.5% ທຽບໃສ່ປີຜ່ານມາ.

ໃນປີ 2023, ລັດຖະບານລາວ ວາງຄາດໝາຍ ໃຫ້ສາມາດຜະລິດກະແສໄຟຟ້າໃຫ້ໄດ້ 51.143 ລ້ານ kWh ທຽບເທົ່າກັບ 41.32 ຕື້ກີບ (2.4 ຕື້ໂດລ້າ), ຫຼື ເພີ່ມຂຶ້ນ 71.77% ທຽບໃສ່ປີນີ້.

ສປປ ລາວ ສົ່ງກະແສໄຟຟ້າ ໄປຂາຍ ຢູ່ ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ ແລະ ສປ ຈີນ.

ລະຫວ່າງປີ 2021-2025 ສປປ ລາວ ວາງແຜນຜະລິດ ກະແສໄຟຟ້າ ໃຫ້ໄດ້ 1.807 MW, ໂດຍຜະລິດກະແສໄຟຟ້າ ຈາກພະລັງງານນໍ້າ 57%, ຈາກໂຮງງານຜະລິດໄຟຟ້າຖ່ານຫີນ 19%, ແລະ ຈາກພະລັງງານແສງຕາເວັນ 24%.

ອີງຕາມຂໍ້ມູນຈາກ ກະຊວງພະລັງງານ ແລະ ບໍ່ແຮ່ ຮອດປີ 2030 ສປປ ລາວ ຈະຜະລິດກະແສໄຟຟ້າ ໃຫ້ໄດ້ 5.560 MW ໂດຍຈາກນໍ້າ ໃຫ້ໄດ້ 77.59% ແລະ ທີ່ເຫຼືອ ແມ່ນມາຈາກພະລັງງານ ຈາກຖ່ານຫີນ, ແສງແດດ ແລະ ລົມ.

ປະຈຸບັນ ສປປ ລາວ ມີບ່ອນຜະລິດ ກະແສໄຟຟ້າທັງໝົດ 90 ແຫ່ງ ໃນຂອບເຂດທົ່ວປະເທດ ໂດຍມີກໍາລັງການຜະລິດລວມ 11.000 MW, ລວມມີຈາກເຂື່ອນໄຟຟ້າພະລັງງານນໍ້າ ຈໍານວນ 77 ແຫ່ງ, 8 ແຫ່ງ ຈາກພະລັງງານແສງຕາເວັນ, ແລະ 4 ແຫ່ງ ຈາກໂຮງງານຜະລິດຈາກ ຊີວະມວນ ແລະ 1 ແຫ່ງ ຈາກໂຮງງານຜະລິດຈາກຖ່ານຫີນ.

ແຫຼ່ງຂ່າວ VNA

Leave a Reply

Your email address will not be published. Required fields are marked *

Back to top button