ພູນິນ ໄຊຍະສອນ ຜູ້ຮັກສາປະຕູ ທີມຊາດລາວ ຫມັ້ນໃຈເຕັມຮ້ອຍ

ກ່ອນລົງແຂ່ງຂັນ AFF U19 CHAMPIONSHIP 2022 ນັດຊິງຊະນະເລີດ ທີມຊາດລາວ ພົບ ທີມຊາດມາເລເຊຍ ຕອນແລ້ງມື້ນີ້ ເວລາ 8:00 ໂມງ, ພູນິນ ໄຊຍະສອນ ເບີ 12 ຜູ້ຮັກສາປະຕູ ທີມຊາດລາວ ໜັ້ນໃຈເຕັມຮ້ອຍ.​

ພູນິນ ໄຊຍະສອນ (ຕູ້ມ) ເບີ 12 ຜູ້ຮັກສາປະຕູ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ສັງກັດສະໂມສອນ EZRA ກ່າວວ່າ: ມີຄວາມພູມໃຈ ແລະ

ດີໃຈທີ່ມີສ່ວນຮ່ວມໃນທີມຊຸດນີ້ ມີຄວາມຕື່ນເຕັນແດ່ໜ້ອຍໜຶ່ງໃນເກມພົບກັບທີມຊາດໄທ ແລະ ຈາກທີ່ພວກເຮົາຍິງປະຕູຂຶ້ນນຳໄດ້ທຳອິດມັນກໍຜ່ອນຄ້າຍຄວາມກົດດັນອອກໄປ ແລະ ເຮັດໃຫ້ທີມຄວບຄຸມເກມໄດ້.

ພູນິນ ເວົ້າຕື່ມວ່າ: ກ່ອນຕົນເອງ ຈະເຂົ້າສັງກັດສະໂມສອນ EZRA ແມ່ນໄດ້ເຕະຢູ່ສະໂມສອນສະຫວັນເຊັນເຕີ ເປັນສະໂມສອນນ້ອຍໆທີ່ເຕະຢູ່ໃນບ້ານ ແລ້ວກໍມີທາງສູນກິລາລົງໄປຄັດເລືອກ ແລະ ຜູ້ໃຫຍ່ກໍໃຫ້ໂອກາດຈົນມາຮອດທຸກມື້ນີ້.

ພ້ອມທັງຂອບໃຈພໍ່ແມ່ທີ່ຄ່ອຍສະໜັບສະໜູນ, ຂອບໃຈສູນກິລາ EZRA ທີ່ໃຫ້ກຳລັງໃຈ ແລະ ສະໜັບສະໜູນມາໂດຍຕະຫຼອດ.

ສ່ວນເກມນັດຊິງຊະນະເລີດ ພົບກັບ ທີມຊາດມາເລເຊຍ ໃນຕອນແລ້ງມື້ນີ້ ພູນິນ ມີຄວາມໝັ້ນໃຈເຕັມຮ້ອຍ ແລະ ຈະເຮັດໃຫ້ດີທີ່ສຸດເພື່ອຍາດເອົາໄຊຊະນະມາຝາກແຟນບານ, ປະຊາຊົນລາວເຮົາ ແລະ ຝາກຕິດຕາມ ຊົມເຊຍເປັນກຳລັງໃຈໃຫ້ພວກເຮົາແດ່.

ຊົມຄລີບຜູ້ຮັກສາປະຕູທີ່ຢອດຢຽມ ສາມາດຮັກສາປະຕູໄດ້ຢ່າງປອດໄພ

Leave a Reply

Your email address will not be published. Required fields are marked *

Back to top button