ເກີດເຫດຍິງກັນ ທີ່ບໍລິເວນແຄມຂອງ

ເກີດເຫດຍິງກັນ ໃນວັນທີພະຫັດ ທີ 14 ທີ່ຜ່ານມາ ທີ່ບໍລິເວນແຄມຂອງ ຫ້ອງການລາວ Lao Airline. ກາງເວັນແທ້ໆຍັງກ້າຍິງກັນນໍ ເຫດຍິງກັນບໍລິເວນແຄມຂອງວານນີ້ ທີ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ສາມາດຈັບຄົນຮ້າຍ ໄດ້ 1 ຄົນ.

ເຈົ້າຫນ້າທີ່ຈັບຜູ້ຄ້າ-ຂາຍອາວຸດເສິກ. ເຈົ້າໜ້າທີ່ ຫ້ອງຕໍາຫຼວດ ປກສ ນວ ໃຫ້ຮູ້ວ່າ: ວັນທີ 14 ກໍລະກົດ 2022, ເວລາ 14:00 ໂມງ ເຂົ້າຈັບຜູ້ຖືກສົງໄສ

ຄ້າຂາຍອາວຸດເສິກ ຢູ່ແຄມຂອງ ເຂດບ້ານມີໄຊ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຊື່ ທ້າວ ວັນນະສອນ ອາຍຸ 25 ປີ, ຢູ່ບ້ານດົງປ່າແລບ ເມືອງຈັນທະບູລີ ໃນເວລາຈັບກຸມມີການຂັດຂວາງຕໍ່ສູ້ໃຊ້ອາວຸດປືນຍິງໃສ່ເຈົ້າໜ້າທີ່ 5 ນັດ

ເວລາຕໍ່ມາ ເຈົ້າໜ້າທີ່ຈັບຕົວໄດ້ ພ້ອມທັງກວດພົບເຫັນຂອງກາງປືນສັ້ນ 6 ກະບອກ, ລູກປືນ AK 100 ລູກ, ລູກປືນ 380 ຈໍານວນ 40 ລູກ, ລູກປືນ 9 ມມ 40 ລູກ, ລູກປືນແວ່ງ 100 ລູກ ແລະ ລູກປືນ 59 ຈໍານວນ 45 ລູກ ມາດໍາເນີນຄະດີ.

ຜ່ານການສອບສວນ ທ້າວ ວັນນະສອນ ໃຫ້ການຮັບສາລະພາບວ່າ: ໄດ້ເຄື່ອນໄຫວຄ້າຂາຍອາວຸດເສີກ ແຕ່ເດືອນ 4 ປີ 2021, ເປັນຕົ້ນມາ, ປືນທີ່ນຳມາຊື້ຂາຍ ໄດ້ຊື້ມາຈາກປະເທດເພື່ອນບ້ານ ສັ່ງຜ່ານລະບົບອອນລາຍ,

ຫຼັງຈາກໄດ້ປືນມາແລ້ວ ກໍ່ນຳມາໂຄສະນາຂາຍ ທາງສື່ສັງຄົມອອນລາຍເຟັສບຸກ, ເມື່ອມີຜູ້ຕ້ອງການກໍນັດໝາຍຊື້ຂາຍ.

ຜ່ານມາໄດ້ສັ່ງຊື້ປືນມາຂາຍທັງໝົດ 30 ກະບອກ. ປັດຈຸບັນ ຕໍ່ກັບຄະດີດັ່ງກ່າວ ເຈົ້າໜ້າທີ່ ກຳລັງດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ໃນນັ້ນມີລົດ 3 ຄັນທີ່ຖືກຍິງ ເຊິ່ງໄດ້ຈອດລົດໄວ້ຊື່ໆ ເຊິ່ງຍັງບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ.

ຊົມຄລີບ

ຂ່າວ: ປກສ ນວ #ຮູບໃຕ້ຄ້ອມເມັ້ນ.

Leave a Reply

Your email address will not be published. Required fields are marked *

Back to top button