ຣັດ​ເຊຍ ຍິງ​ລູກ​ສອນ​ໄຟ​ ຖະ​ຫຼົ່ມ​ຢູ​ເຄ​ຣນ​ ຮອບ​ໃໝ່ ຂະ​ນະ​ທີ່ ເຊ​ເລນ​ສ​ກີ ​ຂໍການ​ຊ່ວຍ​ເຫຼືອ ດ້ານ​ເຮືອ​ບິນ ແລະ​ລູກ​ສອນ​ໄຟເພີ່ມຈາກຕາເວັນຕົກ

ຣັດ​ເຊຍ​ເລີ້ມ​ທຳ​ການ​ໂຈມ​ຕີ​ດ້ວຍ​ລູກ​ສອນ​ໄຟ​ຮອບ​ໃໝ່ ຕໍ່​ຫຼາຍ​ເຂດ​ຂອງ​ຢູ​ເຄ​ຣນໃນ​ວັນ​ພະ​ຫັ​ດ​ວານນີ້ ຊຶ່ງ​ໄດ້​ສັງ​ຫານ 11 ຄົນ ແລະ​ບາດ​ເຈັບ​ອີກ 11 ຄົນ ອີງ​ຕາມ​ລາຍ​ງານ​ຂອງ​ເຈົ້າ​ໜ້າ​ທີ່.

ອົງ​ການ​ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ຂອງ​ຢູ​ເຄ​ຣນກ່າວ​ວ່າ ການ​ໂຈມ​ຕີ​ແມ່ນ​ມີ​ຂຶ້ນ​ຕໍ່ 11 ເຂດ​ໃນ​ທົ່ວ​ປະ​ເທດ. ກອງ​ທັບ​ອາ​ກາດ​ຂອງ​ຢູ​ເຄ​ຣນ ​ເວົ້າ​ວ່າ ຣັດ​ເຊຍ​ໄດ້​ຍິງ​ລູກ​ສອນ​ໄຟ 55 ລູກ ໂດຍ​ທີ່​ຢູ​ເຄ​ຣນ​ໄດ້​ຍິງ​ທຳ​ລາຍ​ເກືອບ​ທັງ​ໝົດ. ມີ​ຕຶກ​ອາ​ຄານ 35 ຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຈາກ​ການ​ໂຈມ​ຕີ​ດັ່ງ​ກ່າວ.

ກຳ​ລັງ​ຂອງ​ຣັດ​ເຊຍຍັງ​ສືບ​ຕໍ່​ແນ​ເປົ້າ​ໝາຍ​ໃສ່​ ພື້ນ​ຖານ​ໂຄງ​ລ່າງ​ທາງ​ດ້ານ​ພະ​ລັງ​ງານ ໃນ​ໄລ​ຍະ​ທີ່​ໜາວ​ສຸດ​ຂອງ​ລະ​ດູ​ໜາວ ຊຶ່ງ​ເປັນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ສ້າງ​ຄວາມ​ຕື່ນ​ຕົກ​ໃຈ​ໃຫ້​ແກ່​ປະ​ຊາ​ຊົນ.

ສຳ​ນັກ​ງານອະ​ທິໄອ​ຍະ​ການຢູ​ເຄ​ຣນ ເວົ້າວ່າ ມີ 3 ຄົນ​ເສຍ​ຊີ​ວິດ​ໃນ​ການ​ໂຈມ​ຕີຂອງ​ຣັດ​ເຊຍຕໍ່ພື້ນ​ຖານ​ໂຄງ​ລ່າງຢູ່​ທີ່​ເມືອງ​ຊາ​ໂປ​ຣິ​ສ​ເຊຍ ບ່ອນ​ທີ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ໃຫຍ່​ສຸດ​ຂອງ​ຢູ​ໂຣບ​ຕັ້ງ​ຢູ່ນັ້ນ ແລະ​ກໍ​ມີ​ລາຍ​ງານ​ການ​ໂຈມ​ຕີ​ໃສ່​ເຂດ​ວິນ​ນິ​ສ​ເຊຍທີ່​ຕັ້ງ​ຢູ່​ນອກ​ເມືອງ​ໂອ​ເດັ​ສ​ຊາທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄ​ຣນ.

ຫົວ​ໜ້າ​ອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ທ່ານ​ຣາ​ຟ​າ​ແອ​ລ ກ​ຣັອ​ສ​ຊີ ກ່າວ​ວ່າ ພະ​ນັກ​ງານ​ຂອງອົງ​ການ​ພະ​ລັງ​ງານ​ປະ​ລະ​ມາ​ນູ​ສາ​ກົນ ​ຫຼື IAEA ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ

ມີ​ສຽງ​ລະ​ເບີດ​ດັງ​ຂຶ້ນ​ເກືອບ​ທຸກໆ​ມື້ ​ໃກ້​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ​ ຊາ​ໂປ​ຣິ​ສ​ເຊຍ ຊຶ່ງ​ໃນ​ມື້​ວັນ​ພຸດ​ຜ່ານ​ມານີ້ ໄດ້​ຍິນ​ສຽງ​ລະ​ເບີດ​ເຖິງ 8 ຄັ້ງ ແລະ​ຫຼາຍໆ​ເທື່ອ​ໃນ​ວັນ​ພະ​ຫັດ​ວານນີ້.

ທ່ານ​ໄດ້​ທຳ​ການ​ຮຽກ​ຮ້ອງ​ອີກ​ເທື່ອ​ນຶ່ງດັ່ງ​ທີ່​ໄດ້​ກະ​ທຳ ມາ​ເປັນ​ເວ​ລາ​ຫຼາຍ​ເດືອນ ໃຫ້​ຣັດ​ເຊຍ​ແລະ​ຢູ​ເຄ​ຣນ​ຕົກ​ລົງ​ການ​ສ້າງ​ຕັ້ງ​ເຂດ​ປອດ​ໄພ​ ແລະ​ຮັກ​ສາ​ຄວາມ​ສະ​ຫງົບ​ຂຶ້ນ ຢູ່​ໃນ​ບໍ​ລິ​ເວນ​ອ້ອມ​ແອ້ມ ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ ເພື່ອ​ໃຫ້​ເປັນ​ທີ່​ແນ​ໃຈ​ວ່າ ໂຮ​ງ​ໄຟ​ຟ້າ​ບໍ່​ແມ່ນ​ເປົ້າ​ໝາຍແລະ​ກໍ​ບໍ່​ມີ​ການ​ໂຈມ​ຕີ​ຈາກ​ໂຮງ​ໄຟ​ຟ້​າ​ແຫ່ງນີ້.

ທ່ານກ​ຣັອ​ສ​ຊີ​ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງ​ເຂດ​ປອດ​ໄພ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ຢູ່​ນະ​ຄອນ​ຫຼວງ​ກີ​ຢິບ ໃນ​ອາ​ທິດ​ແລ້ວນີ້ ແລະ​ຍັງ​ສືບ​ຕໍ່​ຫາ​ລື​ກັບ​ຝ່າຍ​ຣັດ​ເຊຍ.

ເຕົາ​ປະ​ຕິ​ກອນນິວ​ເຄ​ລຍ 6 ໜ່ວຍ​ທີ່​ໂຮງ​ໄຟ​ຟ້າ​ຊາ​ໂປ​ຣິ​ສ​ເຊຍຍັງ​ມີ​ການມອດ​ໄວ້ ແລະ 2 ໜ່ວຍ​ພວມ​ຢູ່​ໃນ​ທ່າ shutdown mode ໂດຍ​ສະ​ໜອງ​ອາຍ​ນ້ຳ ​ແລະ​ຄວາມ​ຮ້ອນ​ຕໍ່​ໂຮງ​ໄຟ​ຟ້າ​ແລະ​ເມືອງ​ອີ​ເນີ​ໂຮ​ດາ ທີ່​ຕັ້ງ​ຢູ່​ໃກ້​ຄຽງ​ ແຕ່​ບໍ່​ໄດ້​ຜະ​ລິດ​ໄຟ​ຟ້າ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button