ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໄປປະຈຳການໃນທະເລບັລທິກ ກຽມສູ້ກັບຕາເວັນຕົກ

ໜ່ວຍງານຂ່າວຂອງນໍເວໄດ້ເປີດເຜີຍວ່າ ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໄປປະຈຳການໃນທະເລບັລທິກເປັນຄັ້ງທຳອິດໃນຮອບ 30 ປີ ພາຍໃຕ້ຄວາມຕຶງຄຽດຂອງບັນດາຊາດຕາເວັນຕົກ.

ວັນທີ 14 ກຸມພາ 2023 ສຳນັກຂ່າວແຫ່ງປະເທດນໍເວ (NIS) ໄດ້ລະບຸວ່າ ຣັດເຊຍເລີ່ມສົ່ງເຮືອຮົບຕິດອາວຸດນິວເຄຼຍໃນທາງຍຸດທະວິທີ (tactical nuclear weapon) ມາປະຈຳການໃນທະເລບອລຕິກ ເປັນຄັ້ງທຳອິດໃນຮອບ 30 ປີ

ນັບຕັ້ງແຕ່ການລົ້ມສະຫຼາຍຂອງສະຫະພາບໂຊຫວຽດ ທັງນີ້ໃນຊ່ວງສົງຄາມເຢັນ ກອງທັບເຮືອຂອງຣັດເຊຍ ຫຼື ໂຊຫວຽດໃນຕອນນັ້ນສົ່ງເຮືອຮົບຕິດອາວຸດນິວເຄຼຍອອກມາສຳຫຼວດໃນບໍລິເວນທະເລບອລຕິກເປັນປະຈຳ ແຕ່ນີ້ເປັນຄັ້ງທຳອິດໃນຍຸກຂອງຣັດເຊຍ.

ອາວຸດນິວເຄຼຍຍຸດທະສາດ ແມ່ນຫົວນິວເຄຼຍຂະໜາດນ້ອຍ ທີ່ສາມາດນຳໄປໃຊ້ໃນສະໜາມຮົບ ແລະ ໂຈມຕີເປົ້າໝາຍໃນພື້ນທີ່ ທີ່ຈຳກັດ ໂດຍບໍ່ເຮັດໃຫ້ເກີດການກະຈາຍຂອງລັງສີໃນວົງກວ້າງ ໂດຍຂະໜາດນ້ອຍທີ່ສຸດແມ່ນມີຂະໜາດບໍ່ເກີນ 1 ກິໂລໂຕນ ແລະ ໃຫຍ່ທີ່ສຸດແມ່ນບໍ່ເກີນ 100 ກິໂລໂຕນ.

ຊົມຄລີບ

ແຫຼ່ງຂ່າວ yahoo

Leave a Reply

Your email address will not be published. Required fields are marked *

Back to top button