ແບບ​ນີ້​ເດີ້ ເພິ່ນ​ແນະ​ນຳ ວິ​ທີ​ຢູ່​ກຳ ຈາກ​ປະ​ສົບ​ການ​ຈິງ ນ້ຳ​ນົມ​ມາ​ສານ​ອາ​ຫານ​ຄົບ ສວຍ​ງາມ

ປະສົບການຈິງ ຂອງແມ່ລູກສາມ ການຢູ່ກຳ ເວລາ 15 ມື້ ແລະ ຂອງກິນທີ່ກິນຕອນຢູ່ກຳ

.

ກິນເຂົ້າ 3 ຄາບຕົງໂມງຕົງເວລາທຸກມື້ ເຮັດໃຫ້ນໍ້ານົມມີສານອາຫານຄົບ ກິດຈະກຳຄາວໆຕອນຢູ່ກຳ

.

ຕື່ນເຊົ້າອາບນໍ້າສະໝຸນໄພໂຮມຢາທຸກມື້ 15-20 ນາທີ່ ໂຮມເກືອໃສ່ໜ້າແລະຕາໃຫ້ຕາໃສ່ແຈ້ງ ແລະ ໜ້າໃສ່

ຕໍ່ດ້ວຍໂຮມຖ່ານໃສ່ໜ້າ ແລະ ປະຄົບສະໝູນໄພ ແລະນວດໜ້າທ້ອງ

ໜາຍເຫດ ທີ່ຈິ່ງຈະມີຄັດຜີວນຳ ແຕ່ຂ້ອຍແພ້ອາກາດຮ້ອນເຮັດໃຫ້ອອກຕຸ້ມໃສ່ເຕັມໂຕເລີຍບໍ່ໄດ້ຂັດຜິວ ຢ້ານມັນແສບ (ອາກາດທັງຮ້ອນທັງເອົ້າ)

ແລງມາປະຄົບໝໍ້ດິນ ເພື່ອໃຫ້ໜ້າທ້ອງຫຍຸບໄວ ແລະ ນວດແປ້ງນົມ ໃຫ້ແປ້ງນົມແຕກເພື່ອໃຫ້ນໍ້ານົມໄຫຼອອກດີ

ຈາກ: Mime Alisa

Leave a Reply

Your email address will not be published. Required fields are marked *

Back to top button