ແຈ້ງປັບລົງຫລາຍແລ້ວ!..​ລາຄານ້ຳມັນ ເລິ່ມປະຕິບັດ 06:00 ຂອງວັນທີ 15/07/2022

ແຈ້ງການ! ປັບລົງລາຄານ້ຳມັນທຸກປະເພດ ໂດຍລາຄາໃໝ່ນີ້ໃຫ້ເລີ່ມປະຕິບັດ ວັນທີ 15 ກໍລະກົດ 2022 ເວລາ 06:00 ໂມງ ເປັນຕົ້ນໄປ.

ອີງຕາມໃບແຈ້ງການຂອງ ກະຊວງອຸດສາຫະກຳ ແລະ ການຄ້າ ສະບັບເລກທີ 0921/ອຄ.ກຄພນ ນະຄອນຫຼວງວຽງຈັນ, ລົງວັນທີ 14 ກໍລະກົດ 2022

ລົງວັນທີ 15 ກໍລະກົດ 2022.ປະກາດການປ່ຽນແປງ ລາຄານໍ້າມັນໃນຂອບເຂດທົ່ວປະເທດ ລາຍລະອຽດການປ່ຽນແປງລາຄານໍ້າມັນ:

– ແອັດຊັງພິເສດ ປັບລົງ 1,750 ກີບ/ລິດ.

– ແອັດຊັງທຳມະດາ ປັບລົງ 1,020 ກີບ/ລິດ.

– ກາຊວນ ປັບລົງ 1,940 ກີບ/ລິດ.

ນະຄອນຫຼວງວຽງຈັນ ແອັດຊັງພິເສດ 28.150 ກີບ, ແອັດຊັງທຳມະດາ 19.930 ກີບ, ກາຊວນ 19.790 ກີບ,

ແຂວງອຸດົມໄຊ ແອັດຊັງພິເສດ 28.630 ກີບ, ແອັດຊັງທຳມະດາ 20.410 ກີບ ກາຊວນ 20.270 ກີບ,

ແຂວງບໍ່ແກ້ວ ແອັດຊັງພິເສດ 28.250 ກີບ, ແອັດຊັງທຳມະດາ 20.20.030 ກີບ, ກາຊວນ 19.890 ກີບ.

ແຂວງຫຼວງພະບາງ ແອັດຊັງພິເສດ 28.520 ກີບ, ແອັດຊັງທຳມະດາ 20.300 ກີບ ກາຊວນ 20.160 ກີບຕໍ່ລິດ,

ແຂວງຊຽງຂວາງ ແອັດຊັງພິເສດ 28.340 ກີບ, ແອັດຊັງທຳມະດາ 20.120 ກີບ, ກາຊວນລິດລະ 19.790 ກີບ.

ແຂວງສະຫວັນນະເຂດ ແອັດຊັງພິເສດ 28.180 ກີບ, ແອັດຊັງທຳມະດາ 19.960 ກີບ, ກາຊວນ 19.820 ກີບຕໍ່ລິດ,

ແຂວງຈຳປາສັກ ແອັດຊັງພິເສດ 28.210 ກີບ, ແອັດຊັງທຳມະດາ 19.990 ກີບ ແລະກາຊວນລິດໜຶ່ງ 19.850 ກີບ.

ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟສະບັບເລກທີ 0617/ກຄພນ ລົງວັນທີ 14 ກໍລະກົດ 2022 ຈົນກວ່າຈະມີການປ່ຽນແປງ ແລະ

ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ. ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 0865/ອຄ, ລົງວັນທີ 05 ກໍລະກົດ 2022.

Leave a Reply

Your email address will not be published. Required fields are marked *

Back to top button