ວິທີການຖ້າຄິວຈອງປີ້ໃນລາວ ທີ່ຍາວຢຽດ!..ປົດເກີບໝາຍໄວ້ຕໍ່ຄີວຈອງປີ້ທີ່ນີ້ປະເທດລາວ

ວິທີການຖ້າຄິວຈອງປີ້ໃນລາວ ທີ່ຍາວຢຽດ…!!! ຄົນລາວຫັນມາໃຊ້ເກີບເພື່ອເປັນສັນຍາລັກຕົວແທນຂອງຕົນເພື່ອທີ່ຈະຖ້າຄິວຊື້ປີ້ລົດໄຟ.

ຂໍ້ມູນ-ພາບ ຈາກSanti Backpacker ມີຄືດັ່ງນີ້:

#ບາດນີ້ເວົ້າປະເດັນເລື່ອງການຊື້ປີ້-ຈອງປີ້.

– ເຫັນຢູ່ຕ່າງປະເທດການຊື້ປີ້ຈອງປີ້ແມ່ນມີລະບົບຜ່ານແອັບ ຫຼື ທາງອອນລາຍມືຖືໄດ້ສະດວກສະບາຍ(ເພາະນີ້ແມ່ນລະບົບສາກົນ) ຂ້ອຍຄິດວ່າເຮົາໜ້າຈະມີແບບນັ້ນຈອງປີ້ຈ່າຍຜ່ານບັນຊີແລ້ວໄປຮອດສະຖານີກໍ່ໃຫ້ສະແກນ QRຫຼື

ແຈ້ງລະຫັດສະແດງເອກະສານໃຫ້ພ/ງ (ນີ້ຈະເປັນການດີເພາະຫຼຸດຜ່ອນການຊື້ປີ້ສະຕັອກປີ້ແລ້ວມາຂາຍຕໍ່ກິນກຳໄລຂອງພໍ່ຄ້າ-ແມ່ຄ້າຄົນກາງ(ເພາະວ່າການທີ່ຈະໄປຈອງປີ້ຕອນນີ້ແມ່ນລຳບາກຫຼາຍບາງຄົນຢູ່ໄກກໍ່ຕ້ອງເສຍເວລາໄປຢືນຕໍ່ແຖວຕາກແດດຖ້າຫຼາຍຊົ່ວໂມງ,

ຊ່ຳບໍ່ໜ່ຳນັກທ່ອງທ່ຽວກໍ່ຕ້ອງເສຍຄ່າໃຊ້ຈ່າຍຈ້າງລົດໄປໆມາໆ) ແລະ ເງີນຕາຕ່າງປະເທດກໍ່ໃຫ້ສາມາດຈ່າຍໄດ້ໂດຍແລກເປັນອັດຕາເງີນກີບ

– ຖ້າເຮັດລະບົບຊື້ຂາຍທາງມືຖືບໍ່ໄດ້ແທ້ໆກໍ່ຄິດວ່າເວລາຄົນໄປຊື້ປີ້ແມ່ນໃຫ້ຫາບ່ອນນັ່ງທີ່ສະບາຍບໍ່ແມ່ນຢືນອ້າປາກຕາກເຫືອກ,ໃຫ້ເຂົ້າໄປໃນຮົ່ມໂລດນັ່ງເປັນລະບຽບແລ້ວໃຫ້ກົດບັດຄິວຄືທະນາຄານຮອດຄີວໃຜ່ຄີວມັນຈື່ງບໍ່ເອົາປຽບກັນມາກ່ອນໄດ້ກ່ອນຕາມຫຼັກການ,

ສະຖານີກ້ວາງໃຫ່ຍອະລັງການປານັ້ນຊ່ຳບ່ອນຊິນັ່ງມັນເຫຼືອເຝືອຍ່າໃຫ້ມານັ່ງມາຢືນຢູ່ນອກເລີຍ,ບໍ່ຕ້ອງຍ້ານດອກອັນເວັ້ນໄລຍະຫ່າງນັ້ນມັນໝົດຍຸກຊິມາຍ້ານກັນຍ້ອນໂຄວິດແລ້ວ. ແລະ ອື່ນໆ ໂອຍຄ້ານພີມແລ້ວບໍ່ເວົ້າແລ້ວມັນຍາວເສຍເວລາໄປເສຍຫຍ້າສວນສາລີ-ມັນຕົ້ນ.

#ປົດເກີບໝາຍໄວ້ຕໍ່ຄີວຈອງປີ້ທີ່ນີ້ປະເທດລາວ

ຂໍ້ມູນຕົວຈິງມື້ນີ້ທີ່ສະຖານນີຫຼວງພະບາງ Alice

Leave a Reply

Your email address will not be published. Required fields are marked *

Back to top button