ສຳພາດ ດາຫມົດ ທອງຄຳສະຫວັດ ຜູ້ທີ່ຍິງປະຕູ ທີ່ 2 ທີມຊາດລາວ

ທີມຊາດລາວເຮັດໄດ້ ເອົາຊະນະ ທີມຊາດໄທ 2-0 ໂດຍໄດ່້ປະຕູຈາກ: ປີເຕີ້ ພັນທະວົງ ນາທີ 8 ແລະ ດາຫມົດ ທອງຄຳສະຫວັດ ນາທີ 85, ທີມຊາດລາວ ຜ່ານເຂົ້າໄປຊິງຊະນະເລີດ ພົບກັບ ທີມຊາດມາເລເຊຍ .

ຖືເປັນປະຫວັດສາດຄັ້ງທຳອິດທີ່ທີມຊາດລາວຊະນະທຸກນັດ ຈົນສາມາດເຂົ້າໄປຊິງຊະນະເລີດ ໃນລາຍການນີ້. ເຊິ່ງນັດຊິງຊະນະເລີດ ຈະແຂ່ງຂັນ ໃນວັນທີ 15 ກໍລະກົດ 2022 , ເວລາ 20:00 ຕາມເວລາປະເທດລາວ.

ບົດສຳພາດ ດາຫມົດ ທອງຄຳສະຫວັດ ຜູ້ທີ່ຍິງປະຕູ ທີ່ 2 ໃນເວລາ 83 ເຂົ້າໃນ 84, ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0

ດາຫມົດ ກ່າວວ່າ: ດີໃຈທີ່ສາມາດຍິງປະຕູໃຫ້ທີມຊາດໄດ້ ນຳ​ 2-0 ຈົນຈົບ​ເກມ​ ເຮົາເອົາຊະນະໄດ້​ ເຊິ່ງ​ 2​ ປະຕູ​ ທີ່ຍິງໄດ້ຖືເປັນຂອງຂວັນມອບໃຫ້ແຟນບານ,​ ຄອບຄົວ​ ແລະ​ ຜູ້ທີ່ສະຫນັບສະໜູນພວດເຮົາມາຕະຫຼອດ.

ດາຫມົດ ກ່າວວ່າ​ ເປົ້າໜາຍພວກເຮົາຄື ການຄວ້າແຊ້ມຢ່າງດຽວ​ ບໍ່ມີຫຍັງຈະເສຍແລ້ວ,​ ລົງສະໜາມຈະແລ່ນທຸ່ມເທ່ເຕັມທີ່,​ ເຮັດຕາມເກມຂອງໂຄດ​ ແລະ​ ຝາກແຟນບານຊາວລາວ ຊົມເຊີຍ​ພວກເຮົາ,​ ພວກເຮົາຈະເອົາແຊ້ມມາຝາກປະຊາຊົນລາວ​ໃຫ້ໄດ້.

ຊົມຄລີບ 1

ຄວາມຮູ້ສຶກສຂອງ ປີເຕີ້ ພັນທະວົງ ກອງຫນ້າ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປິ ທີ່ຍິງເຂົ້າປະຕູໃນເວລາ 7 ນາທີເທົ່ານັ້ນ . ໃຫ້ກັບ ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0, ປິເຕີ້ ..ຍິງປະຕູໄປແລ້ວ 4​ ປະຕູ

ຊົມຄລີບ ກອງເຊຍ ທີມຊາດລາວ ຮ່ວມຮ້ອງເພງກັບ ຄະນະຄູຝຶກ ແລະ ນັກກິລາ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທີ່ສາມາດສ້າງປະຫວັດສາດຜ່ານເຂົ້າຮອບຊີງຊະນະເລີດ

ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ

ຮອບຊີງຊະນະເລີດ ຈະມີຂຶ້ນ

ທີມຊາດລາວ 🆚 ​ທີມຊາດມາເລເຊຍ

Leave a Reply

Your email address will not be published. Required fields are marked *

Back to top button