ໃຫ້ທຸກຄົນໃນສັງຄົມໃຫ້ ອາໄພ ທາງຮ້ານJmart Laos

ເວລາ11,00ໂມງ ທີ່8/9/2023 ທາງບໍລິສັດ Jmart Laos ໄດ້ເຂົ້າຂໍໂທດ

ຂ້າພະເຈົ້າ ໃນເລື້ອງທີ່ພະນັກງານຂຽນຄັອນເທັ້ນ ວ່າ ນາງບ້ານນອກ….ແຕ່ບັງເອີນມີຮູບຂ້າພະເຈົ້າຢູ່ໃນນັ້ນ ແລະເຮັດໃຫ້ມີ ຊາວເນັດ ຄອມເມັ້ນໂຈມຕີທາງຮ້ານຢ່າງໜັກ ແຕ່ທາງບໍລິສັດກໍ່ບໍ່ໄດ້ນິ້ງນອນໃຈ

ໄດ້ຕິດຕໍ່ຫາແລະເຂົ້າມາຂໍໂທດຂ້າພະເຈົ້າແລະຂໍໂທດສັງຄົມ ຂ້າພະເຈົ້າຍິນດີໃຫ້ໂອກາດຄົນທຳຜິດແລ້ວຈິງໃຈແກ້ໄຂ ພ້ອມນີ້ ຂໍໃຫ້ທຸກຄົນໃນສັງຄົມໃຫ້ ອາໄພ ທາງຮ້ານJmart Laos ນີ້ດ້ວຍກັນເເດ່ເດີ່ ( ການໃຫ້ທີ່ມີຄວາມສຸກຫລາຍທີ່ສຸດກໍ່ຄື..ໃຫ້ ອະໄພ )

Leave a Reply

Your email address will not be published. Required fields are marked *

Back to top button