ສສຊ ວາລີວ່າ!..ຄົນລາວເຮົາກໍ່ມີຄົນເກັ່ງ ຂໍແຕ່ໃຫ້ໂອກາດໃຫ້ທົ່ວຄົນເກັ່ງເຂົ້າໃນວົງ

ຄົນລາວເຮົາກໍ່ມີຄົນເກັ່ງຄືກັນເດ້ນີ້ເນາະ ຂໍແຕ່ໃຫ້ໂອກາດ ໃຫ້ເວທີໄດ້ສະແດງສັກຂະຍະພາບເພື່ອໃຫ້ມີໂອກາດໄດ້ພັດທະນາໂຕເອງໄປພ້ອມໆກັນ.

ຫວັງວ່າໃນຫລາຍຂະແຫນງການອື່ນໆກໍຈະໄດ້ໃຫ້ໂອກາດ ຜູ້ມີຄວາມຮູ້ຄວາມສາມາດໄດ້ສະແດງຄວາມສາມາດແລະພັດທະນາໂຕເອງໄປພ້ອມເຊັ່ນດຽວກັນ ເພື່ອເຮັດແນວໃດ

ໃຫ້ເຍົາວະຊົນເຮົາມີຄວາມຫວັງ ແລະຈະຕັ້ງໃຈຮຽນເອົາຄວາມຮູ້ແບບຮູ້ອີ່ຫລີ ບໍ່ແມ່ນຊື້ຈ້າງເຂົ້າຫລືກ່າຍກັນຂື້ນ (ເວົ້າແບບນີ້ວິນຍານຄວາມທີ່ເປັນຄູເລີ້ມອອກມາອີກລະ)

ພັດທະນາໂຕເອງຮອບດ້ານທັງດ້ານຄຸນນະທຳ ຈັນຍາບັນ ຄຸນສົມບັດ ນໍ້າໃຈຊື່ສັດບໍລິສຸດຕໍ່ຊາດບ້ານເມືອງ ເພື່ອໄດ້ມີໂອກາດມາພັດທະນາບ້ານເມືອງເຮົາໃນຍຸກເສດຖະກິດທີ່ມີການແຂ່ງຂັນນັບມື້ນັບຮຸນແຮງຂື້ນທຸກມື້.

ເຖິງເວລາແລ້ວຫລືຍັງທີ່ລະບົບການສຶກສາລາວເຮົາຈະຕ້ອງປະຕິຮູບໄປສູ່ຄຸນນະພາບຢ່າງເດັດຂາດ?

ຜ່ານມາກໍໄດ້ມີຄວາມພະຍາຍາມມາຕະຫລອດແຕ່ຖ້າໃສ່ເກັຍເລ່ງຕື່ມແມ່ນຄົງຈະດີບໍ່ນ້ອຍຄາດຫວັງຜົນ 10-20 ປີຂ້າງຫນ້າ.

ຊົມເຊີຍນ້ອງນູ່ງລູກຫລານນັກກິລາ U19 ລາວຢ່າງສຸດໃຈ ຂໍເປັນກຳລັງໃຈໃຫ້ທຸກຄົນ ສູ້ໆເດີ້ລູກຫລານ

#ກິລາລາວສູ້ໆ

ຊົມຄລີບ

ທີ່ມາ ທ່ານ ນາງວາລີ

Leave a Reply

Your email address will not be published. Required fields are marked *

Back to top button