ແຈ້ງການມອດໄຟ! ໃຜຢູ່ແຕ່ລະບ້ານ ນີ້ ກຽມສາກໂທລະສັບໃຫ້ເຕັມເດີ້ ຖ້າຈະໃຊ້ໂທລະສັບ

ແຈ້ງການມອດໄຟ ເຖີງ : ທ່ານຜູ້ຊົມໃຊ້ໄຟຟ້າ ໃນນະຄອນຫລວງວຽງຈັນ, ໂດຍສະເພາະ 5 ຕົວເມືອງນອກທີ່ຂື້ນກັບ ຟຟລ ສາຂາໄຟຟ້ານະຄອນຫຼວງ 2 ທີ່ນັບຖືຢ່າງສູງ.

ເລື່ອງ: ຂໍອານຸຍາດ ແຈ້ງມອດໄຟພາກແຮງກາງ 22kV ( ກິໂລໂວນ ) ໃນສາຍຈໍາຫນ່າຍ MSS 9.3 ແລະ MSS 9.5 ສະຖານີໂຄກສະອາດ.

-ອີງຕາມ ຫນັງສືສະເຫນີ ຂອງ ສູນບໍລິການໄຟຟ້າເມືອງໄຊທານີ ສະບັບເລກທີ: 1096/ນວ..ຊນ, ລົງວັນທີ: 07/07/2022. ລັດວິສາຫະກິດໄຟຟ້າລາວ ຝ່າຍລະບົບຈໍາຫນ່າຍ ສາຂານະຄອນຫຼວງ 2 ຂໍຖືເປັນກຽດແຈ້ງມາຍັງທ່ານຊາບ ວ່າ:

ໃນ ວັນທີ 16/07/2022 ເວລາ 09:00 ໂມງ ຫາ ເວລາ 16:00 ໂມງ, ກໍານົດເວລາພາຍໃນ 17 ຊົ່ວໂມງ ຈະໄດ້ ມີການມອດໄຟພາກແຮງກາງ 22kV ( ກິໂລໂວນ ), ໃນສາຍຈໍາຫນ່າຍ MSS 9.3 ແລະ MSS 9.5

ເພື່ອໃຫ້ສູນ ບໍລິການໄຟຟ້າເມືອງໄຊທານີ ຍ້າຍ LBS ຢູ່ເຂດ ບ້ານນາລ້ອມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໄດ້ຈະສົ່ງຜົນ ກະທົບຕໍ່ຜູ້ຊົມໃຊ້ໄຟຟ້າເປັນບໍລິເວນຢູ່ໃນຂົງເຂດບ້ານດັ່ງລຸ່ມນີ້:

1. ບ້ານຫນອງບົວ

2. ບ້ານນາລ້ອມ

3. ບ້ານຈັດສັນນາລ້ອມ

4. ຄອນກີດຫຼວງພະບາງ

5. ໂຮງງານຕັງຈະເລີນ

6. ໂຮງຮຽນຈັນທະວົງ

7. ໂຮງງານເຫຼັກຮ່ວມໃຈ

8. ຄ້າຍຫຼັກ 20

9. ປ້ໍານ້ໍາມັນຫຼັກ 19

10. ໂຮງງານປະເສີດໂຟມ

11. ໂຮງງານດິນບໍ່ອກຫຼັກ 19

13. ຫ້ອງການກຸ່ມເສດຖະກິດ 20. ຊັ່ງນ້ໍາຫນັກ

14. ກອງຄຸ້ມຄອງພາຫະນະຫຼັກ 19 ແລະຫລັກ21

15. ໂຮງງານໂຕໂຢລາວ

16. ໂຮງງານ VKK

17. ສະຫນາມກ໋ອບຊີເກມ

18. ໂຮງງານອົກຊີ

12. ບ້ານໂພຄໍາ

19. ສ້ອມແປງກົນຈັກຫນັກຫຼັກ 20

20 ຊັ່ງນ້ຳນັກ

21, ໂຮງຮຽນແສງສະຫວັນ

ດັ່ງນັ້ນ, ຈຶ່ງຂໍຮຽນແຈ້ງມາຍັງທ່ານຜູ້ຊົມໃຊ້ໄຟຟ້າ ໄດ້ຮັບຊາບ ເພື່ອຫາວິທີກະກຽມແຜນການຊົມໃຊ້ໄຟ ໄວ້ລ່ວງຫນ້າ ແລະ ໃນນາມລັດວິສາຫະກິດໄຟຟ້າລາວ ຂໍອະໄພໃນຄວາມບໍ່ສະດວກຄັ້ງນີ້ດ້ວຍ.

ແລະ ດ້ວຍຄວາມນັບຖືຢ່າງສູງ.

Leave a Reply

Your email address will not be published. Required fields are marked *

Back to top button