ທີມຊາດລາວ ຊະນະທິມຊາດໄທແລ້ວ ໄດ້ເຂົ້າຮອບຊິງຊະນະເລີດ

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພົບ ທີມຊາດໄທ ຮຸ່ນອາຍຸບໍ່ເກີນ 19 ປີ ການແຂ່ງຂັນບານເຕະຊາຍ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 19 ປີ ປະຈໍາປີ 2022 AFF U19 BOYS CHAMPIONSHIP 2022 ຢູ່ທີ່ປະເທດອິນໂດເນເຊຍ

ຮອບຮອງຊະນະເລີດ ວັນ​ພຸດ 13/07/2022 ທີມຊາດລາວ ພົບ ​ທີມຊາດໄທ ..ທີມຊາດລາວເຮັດໄດ້ ເອົາຊະນະທີມຊາດໄທ 2-0 ຜ່ານເຂົ້າໄປຊິງຊະນະເລີດ ກັບ ທີມຊາດມາເລເຊຍ .

ຖືເປັນປະຫວັດສາດຄັ້ງທຳອິດທີ່ທີມຊາດລາວຊະນະທຸກນັດ ຈົນສາມາດເຂົ້າໄປຊິງຊະນະເລີດ ໃນລາຍການນີ້.

ຈົບເຄິ່ງເວລາທຳອິດທີມຊາດລາວ ຂຶ້ນນຳ ທີມຊາດໄທ 1-0 ຈາກ ປີເຕີ້ ພັນທະວົງ ນາທີ 7

ໃນເວລາ 83 ທິມຊາດລາວ ສາມາດຍິງເຂົ້າໄດ້ອີກປະຕູ. ຈົບເວລາ 90 ນາທີ ທິມຊາດລາວ 2-0 ທິມຊາດໄທ

ແຂ່ງຂັນຢູ່ທີ່ສະຫນາມ Patriot Candrabhaga ເຊີ່ງລາຍຊື່ 11 ຜູ້ຫລິ້ນຕົວຈິງ

ຊົມຄລີບ

ເຊິ່ງນັດຊິງຊະນະເລີດ ຈະແຂ່ງຂັນ ໃນວັນທີ 15 ກໍລະກົດ 2022 , ເວລາ 20:00ຕາມເວລາປະເທດລາວ. ທີ່ສະໜາມ Patriot Candrabhaga.

ຜົນການແຂ່ງຂັນລົງສະຫນາມ 4​ ນັດຜ່ານມາ​ ຊະນະ 1 ສະເໝີ 1 ເສຍ 2 ລວມມີ 4 ຄະແນນ

ລາວ 1:1 ກຳປູເຈຍ

ລາວ 2:1 ຕິມໍ ເລສເຕ

ລາວ 0:5 ຫວຽດນາມ

ລາວ 1:3 ມຽນມາ

Leave a Reply

Your email address will not be published. Required fields are marked *

Back to top button