ຮັບໂທດຕາມກົດໝາຍ! ຂໍ້ຫາພະຍາຍາມຄາດຕະກໍາ

ເຫດການ ທ້າວ ສອນໄຊ ພະຍາຍາມຄາດຕະກໍາແມ່ເມຍ ແລະ ເມຍ ຢູ່ບ້ານເວີນແຄນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ

ໂດຍໃຊ້ ປື ນ ດັດແປງ ( ປື ນ ແ ກັ ບ ) ຍິ ງ ແຕ່ລູກ ປື ນ ຖືກບໍລິເວນແອວ ແລະ ຂາ ເຮັດໃຫ້ແມ່-ລູກໄດ້ຮັບບາດເຈັບ ພາຍຫຼັງກໍ່ເຫດຜູ້ກ່ຽວໄດ້ເອົາຕົວ ຫຼົ ບ ໜີ.

ພັທ ບຸນປານ ດາລາວົງ ຫົວໜ້າພະແນກຕໍາຫຼວດ ປກສ ເມືອງປາກງື່ມ ນວ ໃຫ້ຮູ້ວ່າ: ໃນວັນທີ 5 ມີນາ 2021, ປກສ ເມືອງປາກງື່ມ ໄດ້ຮັບແຈ້ງຈາກອໍານາດການປົກຄອງບ້ານວ່າ: ທ້າວ ສອນໄຊ ອາຍຸ 47 ປີ ປະຊາຊົນ ບ້ານເວີນແຄນ ເມືອງປາກງື່ມ ໄດ້ໃຊ້ ປື ນ ຍິ ງ ນາງ ໝອນ ອາ

ຍຸ 78 ປີ ປະຊາຊົນ ບ້ານເວີນແຄນ ເມືອງປາກງື່ມ ( ແມ່ເມຍ ) ລູ ກ ປື ນ ໄດ້ຖືກບໍລິເວນແອວໄດ້ຮັບບາດເຈັບສາຫັດ, ພາຍຫຼັງ ກໍ່ ເ ຫ ດ ໄດ້ເອົາຕົວ ຫຼົ ບ ໜີ.

ຕົກມາວັນທີ 20 ສິງຫາ 2021, ທ້າວ ສອນໄຊ ໄດ້ກັບຄືນມາກໍ່ເຫດອີກ ໂດຍໃຊ້ ປື ນ ບ ອ ກ ເກົ່າ ຍິ ງ ນາງ ຈອນ ອາຍຸ 36 ປີ ປະຊາຊົນ ບ້ານເວີນແຄນ ເມືອງປາກງື່ມ ( ຜູ້ເປັນເມຍ ) ປ ື ນ ຖືກບໍລິເວນຂາໄດ້ຮັບບາດເຈັບສົມຄວນ. ພາຍຫຼັງກໍ່ເຫດ, ຜູ້ກ່ຽວກໍ່ໄດ້ເອົາຕົວຫຼົບໜີເຂົ້າປ່າ ເຂດບ້ານເວີນແຄນ.

ຈາກນັ້ນ, ກອງບັນຊາການ ປກສ ເມືອງປາກງື່ມ ໄດ້ປະສານສົມທົບກັບອໍານາດການປົກຄອງບ້ານຄົ້ນຫາແຕ່ບໍ່ພົບ; ມາ ຮອດເວລາ 13:00 ໂມງ ຂອງວັນທີ 24 ສິງຫາ 2021, ຈຶ່ງໄດ້ຮັບຂໍ້ມູນຈາກພົນລະເມືອງດີວ່າ: ພົບເຫັນ ທ້າວ ສອນໄຊ ຢູ່ເຂດບ້ານສົມປະເສີດ ເມືອງປາກງື່ມ ກໍາລັງຂຶ້ນລົດໂດຍ ສານມຸ່ງໜ້າສູ່ ນະຄອນຫຼວງວຽງຈັນ ຈຶ່ງໄດ້ເລັ່ງຕິດຕາມ ຮອດບ້ານບໍ່ເຫຼັກ ເມືອງໄຊທານີ ພົບເຫັນລົດຄັນທີ່ ທ້າວ ສອນໄຊ ນັ່ງໄປ ຈຶ່ງບອກໃຫ້ຜູ້ຂັບຂີ່ຢຸດຈອດ. ຈາກນັ້ນ, ເຈົ້າໜ້າທີ່ຕຳຫຼວດ ໄດ້ເຂົ້າກວດຄົ້ນແລ້ວພົບເຫັນ ທ້າວ ສອນໄຊ ຈຶ່ງກັກຕົວມາດໍາເນີນຄະດີ.

ຜ່ານການສອບສວນ, ທ້າວ ສອນໄຊ ສາລະພາບ ຕໍ່ເຈົ້າໜ້າທີ່ວ່າ: ຜູ້ກ່ຽວໄດ້ມີເຈດຕະນາຈະຄາດຕະກໍາແມ່ເມຍ ແລະ ເມຍແທ້ ຍ້ອນຖືກກະທົບທາງດ້ານຈິດໃຈ, ໄລຍະຜ່ານມາ ການໃຊ້ຊີວິດຢູ່ຮ່ວມກັນ ເປັນຜົວ-ເມຍມັກເກີດຜິດຖຽງກັນ, ຖືກກະທົບທາງດ້ານຈິດໃຈຢ່າງຮຸນແຮງ; ເຊິ່ງບໍ່ສາມາດຄວບຄຸມສະຕິໄວ້ໄດ້ ຈຶ່ງໄດ້ລົງມືກໍ່ເຫດຈະຄາດຕະກໍາແມ່ເມຍ ແລະ ເມຍ ໃນຂັ້ນພະຍາຍາມ.

ຕໍ່ກັບຜົນຂອງການດໍາເນີນຄະດີຂອງ ກອງບັນຊາການ ປກສ ເມືອງປາກງື່ມ ກໍາລັງສະຫຼຸບຜົນຂອງການສືບສວນ-ສອບສວນ ສົ່ງສໍານວນໃຫ້ໄອຍະການຕັ ດ ສິ ນຕາມຂັ້ນຕອນຂອງ

ກົດໝາຍ.

Leave a Reply

Your email address will not be published. Required fields are marked *

Back to top button