ດ່ວນ! ບໍລິສັດລົດໄຟທົນບໍ່ໄຫວ ອອກມາຊີ້ແຈງ ແລ້ວ ຂ້ອຍກຳລັງຊິເຮັດຫ້ອງນ້ຳ

ວັນທີ 13 ກໍລະກົດ 2022 ນີ້ ຜູ້ປະສານງານຂອງບໍລິສັດທາງລົດໄຟລາວ-ຈີນໄດ້ອອກມາຊີ້ແຈງກໍລະນີທີ່ມີຄລິບວີດີໂອຜູ້ໂດຍສານມາຊີ້ປີ້ລົດໄຟຊຸນລະມຸນຍ້ອນຕາກຝົນ ໂດຍລະບຸວ່າ:

“ເນື່ອງຈາກເຊົ້າວັນອັງຄານທີ 12 ກໍລະກົດ 2022 ຜ່ານມາໄດ້ເກີດມີຝົນຕົກໜັກ ແລະ ມີຟ້າລົມແຮງ ເຮັດໃຫ້ກະທົບຕໍ່ຜູ້ໂດຍສານທີ່ກຳລັງລຽນແຖວຊື້ປີ້, ໃນຂະນະທີ່ເກີດເຫດການດັ່ງກ່າວ ມີບຸກຄົນຖ່າຍພາບໄດ້ ແລະ

ນໍາໄປລົງສື່ສັງຄົມອອນລາຍ, ແຕ່ຕົວຈິງແລ້ວ ເວລາເກີດມີເຫດການສຸກເສີນດັ່ງກ່າວ ທາງສະຖານີກໍໄດ້ເປີດປະຕູ ແລະ ໃຫ້ຜູ້ທີ່ມາລໍຖ້າຊື້ປີ້ລົດໄຟເຂົ້າໄປນັ່ງລໍຖ້າຂ້າງໃນອາຄານ

ພ້ອມກັນນັ້ນ ໃນທ້າຍອາທິດຜ່ານມາທາງສະຖານີນະຄອນຫລວງວຽງຈັນ ກໍໄດ້ຈັດສັນບ່ອນນັ່ງດ້ານນອກໃຫ້ຜູ້ທີ່ມາລຽນແຖວລໍຖ້າຊື້ປີ້ລົດໄຟ”.

ສຳລັບຫ້ອງນໍ້ານອກອາຄານສະຖານີ ປັດຈຸບັນທາງສະຖານີໄດ້ສັ່ງວັດສະດຸ ເພື່ອມາສ້າງສິ່ງກັ້ນຢູ່ໃນອາຄານສະຖານີ ລະຫວ່າງຜູ້ໂດຍສານທີ່ມີປີ້ ແລະ ຜູ້ທີ່ບໍ່ມີປີ້, ຄາດຄະເນປະມານ 2 ອາທິດຈະສຳເລັດ.

ພວກເຮົາຍິນດີຮັບຟັງທຸກບັນຫາທີ່ທາງຜູ້ໂດຍສານ ກໍຄືພາກສ່ວນຕ່າງໆໄດ້ສະເໜີ ແລະ ໃຫ້ຄຳແນະນຳໃນທາງທີ່ສ້າງສັນ ເພື່ອຄົ້ນຄວ້າຫາວິທີແກ້ໄຂທີ່ເໝາະສົມທີ່ສຸດ

ພ້ອມທັງປັບປຸງຂອດບໍລິການຂອງພວກເຮົາໃຫ້ດີຂຶ້ນເລື້ອຍໆ ແລະ ອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານທຸກໆທ່ານ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button