ຂ່າວດ່ວນ ມື້ທຳ ອິ ດກໍ່ລະ ເ ມີ ດແລ້ວ

ບອກບໍ່ຟັງ!! ໃຊ້ມາດຕະການປັບໃໝຕໍ່ຜູ້ລະເມີດຄຳສັ່ງເລກທີ 016/ຈນວ, ເຈົ້າຂອງຮ້ານປັບ 3​ ລ້ານ​ ແລະ​ ຜູ້ໃຊ້​ບໍລິການ​ 4​ ລ້ານກວ່າກີບໃນເວລາ 1

ລະເມີດຄຳສັ່ງເລກທີ 016/ຈນວ ນຳໃຊ້ມາດຕະການປັບໃໝຢ່າງເດັດຂາດ

ເວລາ 16:00 ວັນທີ 19 ກັນຍາ 2021, ເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ນວ ເຂົ້າຄວບຄຸມ ຮ້ານຮົ່ມເຢັນ ຕັ້ງຢູ່ບ້ານດົງໂດກ ເມືອງໄຊທານີ ນວ ພົບເຫັນຜູ້ລະເມີດສັ່ງເລກທີ 016/ຈນວ

ເຊິ່ງກຳນົດໄວ້ໃນຂໍ້້ 9 ແລະ ຂໍ້ 17 ຈຳນວນ 17 ຄົນ ຍິງ 10 ຄົນ ນັ່ງຊຸມແຊວຢູ່ຕູບ ເຊິ່ງຮ້ານດັ່ງກ່າວມີການຂາຍເຄື່ອງດືີ່ມ ທີ ມີ ທາ ດ ເ ຫຼົ້ າ ເຈົ້າໜ້າທີ່ຈຶ່ງໄດ້ນຳໃຊ້ມາດຕະການປັບໃໝລວມເປັນເງິນ 7,150,000 ກີບ

ໃນນີ້ປັບໃໝເຈົ້າຂອງຮ້ານ 3,000,000ກີບ ແລະ ຜູ້ເຂົ້າມາໃຊ້ບໍລິການ 4,150,000 ກີບ.

ຮ່ວມແຮງຮ່ວມໃຈຕ້ານການແຜ່ລະບາດ ພະ ຍາ ດ ໂ ຄ ວິ ດ ໃຫ້ໝົດໄປແລະ ພ້ອມກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່

ຖ້າພົບເຫັນມີການລະເມີດໃຫ້ແຈ້ງຂໍ້ມູນຜ່ານຊ່ອງທາງເບີວອບແອັບ: 02028899774

Leave a Reply

Your email address will not be published. Required fields are marked *

Back to top button