ກຽມເປີດເສັ້ນທາງບິນໃໝ່ ຣັດເຊຍ – ລາວ

ບໍລິສັດສາຍການບິນເຊົ່າເໝົາລຳ ຂອງ ຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່ ຈາກເມືອງ ວລາດິວັດສຕົກ (ຣັດເຊຍ) ສູ່ ນະຄອນຫລວງວຽງຈັນ ສປປ ລາວ ເຊິ່ງຄາດວ່າຈະໃຫ້ບໍລິການຖ້ຽວບິນທຳອິດໃນທ້າຍເດືອນສິງຫານີ້.

ເສັ້ນທາງ ວລາດິວັດສຕົກ-ວຽງຈັນ ມີແຜນການບິນ 4 ຖ້ຽວຕໍ່ອາທິດ ໂດຍໃຊ້ເຮືອບິນ Airbus A330 ໃນການໃຫ້ບໍລິການ. ປັດຈຸບັນນີ້, ເສັ້ນທາງດັ່ງກ່າວໄດ້ຮັບ ການຕົກລົງ ລະຫວ່າງ ປະເທດແລ້ວ ລໍຖ້າແຕ່ການອະນຸມັດ ຈາກ ສຳນັກງານການຂົນສົ່ງທາງອາກາດ ແລະ ອົງການທ່ອງທ່ຽວຣັດເຊຍ.

ຖ້ຽວ​ບິນ​ນີ້ສ້າງ​ຄວາມ​ສົນ​ໃຈ​ຫຼາຍຕໍ່​ຄົນ​ຣັດ​ເຊຍ ​ທັງ​ໃນ​ການ​ມາ​ຢ້ຽມ​ຢາມ-ທ່ຽວໃນ​ລາວ ​ແລະ​ ການ​ຜ່ານ​ໄປ​ໄທ, ຫວຽດ​ນາມ, ກຳ​ປູ​ເຈຍ ​ແລະ​ ປະ​ເທດ​ອື່ນໆ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ແຫຼ່ງຂ່າວຈາກ Travel Ask Russia

Leave a Reply

Your email address will not be published. Required fields are marked *

Back to top button