ອ່ານແລ້ວນໍ້າຕາໄຫຼ “ອາໄລຮັກ ຊິນໂຊ ອາເບະ”

ບົດບັນທຶກແຫ່ງ “ຄວາມໄຫວ້ອາໄລຂອງທ່ານນາງ Akie Abe ພັນລະຍາຫມ້າຍຂອງອະດິດນາຍົກລັດຖະມົນຕີຍີ່ປຸ່ນ, ເຊີ່ງໃນວັນທີ່ 12 ກໍລະກົດ 2022 ໄດ້ກຳນົດພິທີຊາປະນະກິດສົບທ່ານ ຊິນໂຊ ອາເບະ, ຈັດພິທີຢູ່ບ້ານເກີດ ເຂດຊິບູຍະ ນະຄອນໂຕກຽວ ປະເທດຍີ່ປຸ່ນ”.

Shinzo ທີ່ຮັກ, ໃນທີ່ສຸດແລ້ວ ອ້າຍກໍ່ດ່ວນຈາກໄປ ໂດຍບໍ່ໄດ້ກ່າວຄໍາອໍາລານ້ອງຈັກຄວາມ ເຊີ່ງໃນຕອນເຊົ້າຂອງວັນນັ້ນ ອ້າຍຕື່ນຂຶ້ນມາ ກິນອາຫານເຊົ້າເໝືອນທຸກໆວັນ ມີເຂົ້າປັ້ນບໍ່ເທົ່າໃດປ່ຽງ ແລະ ຫມາກແຕງ ດັ່ງທີ່ນ້ອງເຄີຍເຮັດໃຫ້ກິນແລ້ວກ່າວອໍາລານ້ອງ.

ກ່ອນການອອກຈາກບ້ານ, ນ້ອງຕອບຄຳລາອ້າຍວ່າ “ອ້າຍບໍ່ໄດ້ມີຫນ້າທີ່ອັນໃດໃນລັດຖະບານແລ້ວ, ພວກເຮົາເປັນພຽງສະມາຊິກຂອງອົງກອນ ແຕ່ອ້າຍໄດ້ໄປທຸກຫົນແຫ່ງ ເພື່ອຫາສຽງສະຫນັບສະຫນູນ”, ນ້ອງຮູ້ວ່າອ້າຍຍັງຄົງຕາມຫາຈຸດຫມາຍປາຍທາງ

ທີ່ອ້າຍວາງໄວ້ທີ່ເຮັດຍັງບໍ່ແລ້ວ ແລະ ນ້ອງຈື່ໄດ້ຄໍາເວົ້າຂອງອ້າຍທີ່ວ່າ “ການປັບປຸງດັດແກ້ນັ້ນ, ບໍ່ພຽງແຕ່ກົ້ມຫົວຄໍານັບໃຫ້ກັບທຸກຄົນຢ່າງດຽວ ພວກເຮົາຕ້ອງພະຍາຍາມນໍາເອົາຄວາມເຂັ້ມແຂງຂອງຍີ່ປຸ່ນກັບຄືນມາ, ແຕ່ບໍ່ແມ່ນແບບຕ້ອງກໍ່ສົງຄາມ ເພື່ອເປີດກວ້າງດິນແດນ ດັ່ງຄົນຮຸ່ນກ່ອນເຮັດ”.

ນ້ອງໄດ້ຮັບຂ່າວອ້າຍຖືກຍິງ ຫົວໃຈຢຸດເຕັ້ນ,ນ້ອງຟ້າວເດີນທາງ,ນ້ອງໄດ້ເອົາເຄື່ອງນຸ່ງ ຊຸດທີ່ດີທີ່ອ້າຍມັກນຸ່ງ ນ້ອງຈະປ່ຽນໃຫ້ອ້າຍ ເພາະຊຸດອ້າຍໃສ່ຢູ່ນັ້ນມັນເປື້ອນເລືອດແລ້ວ,ຖ້າໂຊກບໍ່ດີອ້າຍຕ້ອງຈາກໄປ ອ້າຍກໍ່ຍັງຄົງເຫມືອນເດີມ ສ່ອງແສງສະຫວ່າງໄສ ເລິກເຊິ່ງ.

ເສັ້ນທາງທີ່ເດີນທາງໄປຫາອ້າຍ, ຕ້ອງໃຊ້ເວລາ 04 ຊົ່ວໂມງ ແລະ ນ້ອງໄດ້ແຕ່ພາວະນາໃຫ້ອ້າຍປອດໄພ,ເມື່ອນ້ອງໄປເຖິງແລ້ວ ອ້າຍຈະມືນຕາຫລຽວເບິ່ງນ້ອງແລະເວົ້າຄ່ອຍໆວ່າ: “ເຫັນບໍອ້າຍຍັງຢູ່ ນ້ອງບໍ່ຕ້ອງເປັນຫ່ວງດອກ”.

ເບິ່ງຄືວ່າອ້າຍລໍຖ້ານ້ອງມາເຖິງ ແຕ່ອ້າຍໄດ້ຈາກນ້ອງໄປກ່ອນ 03 ນາທີ, ບັນດາທ່ານຫມໍໄດ້ແຈ້ງໃຫ້ນ້ອງຊາບ ກ່ອນຈະແຈ້ງຂ່າວເປັນທາງການ,ເປັນຫຍັງນໍກັບຕົວນ້ອງ ຂ່າວດີ ແລະ ຂ່າວຮ້າຍ ຈິ່ງບອບບາງຫ່າງໄກກັນແທ້, ອ້າຍໄດ້ຈາກໄປໄກ ບໍ່ກັບຄືນມາອີກແລ້ວ.

ມື້ນີ້,ນ້ອງໄດ້ພາອ້າຍກັບຄືນເມືອເຮືອນ ບ່ອນຜົວເມັຍພວກເຮົາໄດ້ສ້າງຂຶ້ນຫລາຍສິບປີ ເປັນບ່ອນທີ່ພວກເຮົາຮ່ວມສຸກຮ່ວມທຸກນໍາກັນ,ເອົາແຫລະ ພວກເຮົາຈະລົມກັນອີກຫລາຍເລື່ອງຢູ່ໃນໃຈ,ດຽວນີ້ອ້າຍຈົ່ງຟັງນ້ອງເວົ້າ “ນ້ອງຮັກອ້າຍຕະຫຼອດໄປ ແລະ ຈະຕະຫຼອດໄປ”.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button