ໜ້າກາກອະນາໄມແບບຜ້າ ບໍ່ສາມາດປ້ອງກັນໂຄວິດ-19 ໂອໄມຄຣອນໄດ້

ທ່ານ ລີນາ ເຫວິນ ໝໍສຸກເສີນ ແລະ ສາດສະດາຈານຮັບເຊີນຂອງວິທະຍາໄລສາທາລະສຸກມິລເຄິນ ແຫ່ງມະຫາວິທະຍາໄລຈອຈວໍຊິງຕັນ ໄດ້ເປີດເຜີຍວ່າ: ໜ້າກາກອະນາໄມແບບຜ້າແມ່ນບໍ່ມີປະໂຫຍດເມື່ອຕ້ອງຮັບມືກັບໂຄວິດ-19 ໂອໄມຄຣອນ ແລະ ແນະນໍາໃຫ້ໃຊ້ໜ້າກກາກອະນາໄມທາງການແພດແບບສາມຊັ້ນແທນ.

ທ່ານກ່າວວ່າ: “ໜ້າກາກຜ້າບໍ່ຕ່າງຫຍັງກັບເຄື່ອງປະດັບຢູ່ໜ້າຂອງເຮົາ ໜ້າກາກຜ້າບໍ່ມີປະສິດທິພາບໃນການປ້ອງກັນໂອໄມຄຣອນ ດັ່ງນັ້ນຕ້ອງໃສ່ໜ້າກາກອະນາໄມທີ່ມີຄຸນນະພາບສູງ ເປັນຕົ້ນແມ່ນໜ້າກາກອະນາໄມແພດແບບສາມຊັ້ນ ຫຼື ຖ້າຈະໃສ່ໜ້າກາກຜ້າຕ້ອງໃສ່ໜ້າກາກອະນາໄມແພດທັບຊ້ອນລົງໄປນໍາ ຫ້າມໃສ່ໜ້າກາກຜ້າພຽງຢ່າງດຽວ”

ສ່ວນທາງດ້ານ ທ່ານ ເອຣິນ ໂບເມຈ ຮອງສາດສະດາຈານດ້ານຊີວະວິທະຍາຈາກມະຫາວິທະຍາໄລແມສຊາຊູເສັສດາມັທ ໄດ້ອອກມາບອກວ່າ: “ພວກເຮົາຍັງບໍ່ຮູ້ວ່າເປັນຫຍັງເຊື້ອໂຄວິດ-19 ໂອໄມຄຣອນເຖິງສາມາດແຜ່ເຊື້ອໄດ້ໄວ ແຕ່ນັ້ນມັນກໍສະທ້ອນໃຫ້ເຮົາເຫັນເຖິວຄວາມສໍາຄັນຂອງໜ້າກາກອະນາໄມ”

ສ່ວນທາງການປະເທດການາດາໄດ້ແນະນໍາໃຫ້ປະຊາຊົນເຊົາໃຊ້ໜ້າກກາກອະນາໄມແບບຜ້າແບບຊັ້ນດຽວ ໂດຍທີ່ປຶກສາດ້ານວິທະຍາສາດຂອງປະເທດການາດາບອກວ່າ”ຖ້າຫາກເຈົ້າໃສ່ໜ້າກກາອະນາໄມຜ້າແບບຊັ້ນດຽວ

ຄວາມສາມາດໃນການປ້ອງກັນແມ່ນໜ້ອຍຫຼາຍເຊິ່ງບໍ່ຕ່າງກັບເຮົາບໍ່ໄດ້ໃສ່ເລີຍ” ແຕ່ເຖິງຢ່າງໃດກໍຕາມ ເຖິງວ່າໜ້າກາກອະນາໄມທີ່ຈະກັ່ນຕອງເຊື້ອພະຍາດໄດ້ດີເທົ່າໃດກໍຕາມ ແຕ່ຖ້າພວກເຮົາບໍ່ໃຊ້ປິດປາກ ແລະ ດັງຢ່າງຖືກຕ້ອງກໍມີຄວາມສ່ຽງທີ່ຈະຕິດເຊື້ອ

ແຫຼ່ງຂ່າວ: Posttoday

Leave a Reply

Your email address will not be published. Required fields are marked *

Back to top button