ຕະຫລາດກາງຄືນ ສີຫອມ ເປີດຄືນໃຫມ່ແລ້ວ

ຖະຫນົນສີຫອມຕະຫລາດກາງຄືນເປີດໃຫມ່!!

,,,

ຕະຫລາດກາງຄືນຖະຫນົນສີຫອມ ຂາຍເຄື່ອງກິນ ແມ່ນເປີດໃຫມ່ແລ້ວ ແຕ່ເປີດຢູ່ຈຸດ ສະຖານທີ່ດິນຂອງຮ້ານອາຫານດາວວຽງເກົ່າ (ຕັງດາວວຽງ) ເຊິ່ງເລີ່ມເປີດມາແຕ່ ວັນທີ 01/04/2023.

,

ຫລັງຈາກທີ່ມີເຈົ້າຫນ້າທີທາງການປະກາດທາງລົດຕູ້ດ້ວຍໂທລະໂຂ່ງ ເມື່ອວັນທີ 23/03/2023 ບໍ່ໃຫ້ເປີດຮ້ານອາຫານໃສ່ແຄມທາງ ໃສ່ຫນ້າເຮືອນ ຫນ້າໂຮງແຮມຕ່າງໆ ໃນເຂດນັ້ນ ເລີ່ມໃຫ້ປະຕິບັດແຕ່ວັນທີ 24/03/2023 ເປັນຕົ້ນໄປ…

,

ເຮັດໃຫ້ແຖວນັ້ນງຽບເຫງົາ ຜູ້ຄົນຈາງຫາຍໄປເກືອບຫມົດ ແຕ່ດຽວນີ້ ແມ່ນເລິ່ມຄືກຄັກອີກແລ້ວ ເພາະມີຮ້ານຕ່າງໆມາເປີດຮ່ວມກັນໃສ່ດິນວ່າງແຖວນັ້ນແລ້ວ ຫວັງວ່າສະຖານທີ່ແຫ່ງນີ້ຄົງຈະບໍ່ມີບັນຫາຫຍັງແລ້ວເນາະ ?

,

ໃຜໄປແຖວນັ້ນ ແມ່ນມີຮ້ານຕ່າງໆ ມີເຄື່ອງກິນແຊບໆ ໃຫ້ເລືອກຊື້ໄດ້ຄືເກົ່າເດີ … ຢ່າລືມໄປອຸດໝູນເພິ່ນແດ່ເດີ

Leave a Reply

Your email address will not be published. Required fields are marked *

Back to top button