ຫາເງີນບໍ່ຂື້ນ!.. ມາແກ້ຊວຍໄປກັບປີເກົ່າ, ແລ້ວຊີວິດທ່ານຈະລຳຈະລວຍ ໃນປີໃຫມ່

ເຮັດກ່ອນຫມົດປີໃຫມ່: ເພື່ອຊ່ວຍໃຫ້ຊີວິດສະດວກສະບາຍ. ບູຊາເຈົ້າຖິ່ນເຈົ້າຖານຢູ່ເຂດອ້ອມເຮືອນ ເພື່ອຄອບຄົວມີມີໂຊກມີລາບ ແລະມີສິ່ງດີໆເຂົ້າມາໃນຄອບຄົວ.

ວິທີເຮັດນັ້ນຕ້ອງມີຫຍັງແດ່ ມາຕິດຕາມໄປນຳກັນເລີຍ. ສິ່ງທີ່ຕ້ອງກະກຽມແມ່ນ: ທຽນ 2 ດອກທູບ, 5 ອັນ, ນໍ້າຊາ 5 ແກ້ວ, ດອກໄມ້(ດອກດາວເຮືອງ)​5 ດອກ, ຜ້າສີຂາວບາງໆ 1 ຜືນເຮັດຄຳພູຄຽວຫມາກ 9 ຄຳ, ຫມາກໄມ້ 9 ຢ່າງເຊັ່ນ: ໝາກກ້ຽງ, ໝາກກ້ວຍ, ໝາກອະງຸ່ນ, ໝາກນັດ, ຫມາກຂາມ, ໝາກສີດາ, ໝາກລີ້ນຈີ່, ຫມາກກະທັນ ແລະໝາກແອັບເປິ້ນເປັນຕົ້ນ.

ຂັ້ນນຕອນຂອງການບູຊາເຈົ້າຖິ່ນເຈົ້າຖານຢູ່ພາຍໃນເຮືອນ.​

ໃຫ້ຈູດທູບ ທຽນ ແລະກ່າວຂໍຂະມາຕໍ່ເຈົ້າທີ່. “ໂອ້ພຣະຜູ້ເປັນເຈົ້າ, ເຈົ້າຂອງບ້ານ, ເຈົ້າຂອງເຮືອນ, ເລກເຮືອນ (ກ່າວວ່າຕົວເລກເຮືອນຕົວເອງ), ມື້ນີ້ແມ່ນມື້ສັນວັນດີ, ຂ້ອຍ (ຊື່ນາມສະກຸນ) ໄດ້ເອົາເຄື່ອງບູຊາ ມາຖວາຍເພື່ອ ຂໍອະໂຫສິກຳ ຖ້າວ່າມີຫຍັງ ທີ່ຂ້ອຍໄດ້ເຮັດຜິດໄປ ທັງທີ່ຕັ້ງ ແລະບໍ່ຕັ້ງໃຈ, ກະຂໍອະໂຫສິກຳ ແລະໃຫ້ອະໄພຂ້ອຍແດ່ເຖີ້,

ຖ້າທັງອາດີດຊາດທີ່ຜ່ານມາ ຫລືປັດຈຸບັນ ເຄີຍລ່ວງເກີນແກ່ ເທບພະຍາດາ 16 ຊັ້ນຟ້າ 15 ຊັ້ນດິນ ຫລືເຄີຍສາບານ ບົນບານ ຕໍ່ສິ່ງສັກສິດທັງຫລາຍ ລວມທັງສິ່ງທີ່ເບິ່ງບໍ່ເຫັນທຸກປະການ.​ ຂໍຂະມາກຳບໍ່ແມ່ນການລົດກຳ ແຕ່ຢ່າງໃດ ແຕ່ເປັນການຂໍຂະມາຕໍ່ສິ່ງທີເຄີຍລ່ວງເກີນມາ ທຸກພົບ ທຸກຊາດຂອງຕົວເຮົາ ໂດຍທີ່ບໍ່ຮູ້ຫລືບໍ່ໄດ້ຕັ້ງໃຈ ເພື່ອໃຫ້ເຂົາເຫລົ່ານັ້ນ ອະໂຫສິກຳໃຫ້ແກ່ເຮົາ ແລະກໍ(ກ່າວ ຄຳອະທິຖານຂອງຕົວເອງ) ”

ຫລັງຈາກນັ້ນ, ຖ້າໃຫ້ທູບທຽນໝົດ. ແລ້ວກໍເກັບເຄື່ອງຂອງບູຊາ ກ່ອນຈະເກັບໃຫ້ກ່າວຄຳວ່າ ,“ ຂໍກິນຂໍທານນຳ, ຂໍໃຫ້ລູກໃຫ້ຫລານກິນ ເພື່ອມີຄວາມຈະເລີນຮຸ່ງເຮືອງ” ແລະ ທ່ານກໍສາມາດເອົາໝາກໄມ້ຊະນິດຕ່າງໆມາກິນໄດ້ເລີຍເຮັດເທົ່ານີ້ກໍ່ແມ່ນການບູຊາເຈົ້າຖິ່ນເຈົ້າຖານເຈົ້າເຮືອນແລ້ວສຳລັບເວລາໃນການບູຊານັ້ນ ເອົາເປັນວ່າແລ້ວແຕ່ຄວາມສະດວກສະບາຍຂອງແຕ່ລະເຮືອນຊະ

..31 ທັນວາ 2021 ວັນສົ່ງທ້າຍປີເກົ່າ..ເຄາະຮ້າຍຂໍໃຫ້ຫາຍໜີ ສິ່ງດີໆຂໍໃຫ້ໄຫຼເຂົ້າ ສັບພະທຸກ ສັບພະໂສກ ສັບພະໂຣກ ສັບພະໄພ ສັບພະເຄາະ ສະນຽດຈັງໄຮ ສັບພະເຄາະຕົວນອກ ສັບພະເຄາະຕົວໃນ ສັບພະເຄາະຕົວໃດໆ ຂໍໃຫ້ກາຍເປັນດີ ເຄາະວັນ ເຄາະເດືອນ ເຄາະປີ ເຄາະປີຂໍໃຫ້ເຄື່ອນ ເຄາະເດືອນຂໍໃຫ້ຄາຍ ເຄາະວັນຂໍໃຫ້ຫາຍ ເໝືອນນ້ຳດັບໄຟ ວິວັນໄຊເຍ ສັບພະທານັງ ສັບພະລາພັງ ພະວັນຕຸເມ ລັກຂັນຕຸ ສຸລັກຂັນຕຸ ອາຍຸ ວັນໂນ ສຸກຂັງ ພະລັງ ຈະເລີນ! ຈະເລີນ! ສາທຸ 🙏🙏🙏

ທ້າຍນີ້ຂໍໃຫ້ທຸກຄົນທີ່ມາເຖິງທີ່ນີ້ຈົ່ງມີແຕ່ຄວາມໂຊກຄວາມລາບໄປກັບປີໃຫມ່..​ໃຜໆກໍ່ໄດ້ແຕ່ເງີນກ້ອນໃຫຍ່ໃຊ້ບໍ່ຫມົດ, ມີ​ລົດຫລູ່ຂີ່, ມີເຮືອນດີຢູ່ ດ້ວຍເຖີ້ນ.​..​ຢ່າລືມແຊເກັບໄວ້ນະ, ສາທຸສາທຸ​

Leave a Reply

Your email address will not be published. Required fields are marked *

Back to top button