ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ

ໃຫ້ເອົາໃຈໃສຕໍ່ສັດລ້ຽງຫຼາຍຂຶ້ນ! ເພາະອາດເກີດອັນຕະລາຍທັງສັດລ້ຽງ ແລະ ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ອາດສົ່ງຜົນອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ

ຕາມການລາຍງານຈາກພາກສະໜາມໄດ້ໃຫ້ຮູ້ວ່າ, ຜ່ານມາໄດ້ມີເຫດການສັດລ້ຽງທີ່ຖືກປ່ອຍເຂົ້າມາໃນເຂດແລວທາງລົດໄຟເປັນຈຳນວນຫຼາຍຄັ້ງ, ສາເຫດກໍມາຈາກມີປະຊາຊົນຈໍານວນໜຶ່ງ ຍັງບໍ່ເອົາໃຈໃສ່ປະປ່ອຍ, ລ້ຽງສັດຢູ່ໃກ້ບໍລິເວນແລວທາງລົດໄຟ ແລະ

ອີກສາເຫດໜຶ່ງກໍແມ່ນເນື່ອງຈາກວ່າມີຄົນບໍ່ດີໄປລັກຮົ້ວ ແລະ ທໍາລາຍຮົ້ວກັ້ນຄວາມປອດໄພແລວທາງລົດໄຟ, ຈິ່ງເຮັດໃຫ້ມີສັດລ້ຽງເຂົ້າໄປໃນແລວທາງລົດໄຟ ພາໃຫ້ເກີດອຸປະຕິເຫດ ລົດໄຟຕໍາສັດລ້ຽງ,

ເຊີ່ງເປັນອັນຕະລາຍຕໍ່ການເດີນລົດໄຟ ແລະ ຫຼາຍເທື່ອເຮັດໃຫ້ລົດໄຟຈຳເປັນຕ້ອງໄດ້ຢຸດແບບສຸກເສີນ ຫຼື ຈອດລົດຊົ່ວຄາວເພື່ອກວດກາຄວາມເສຍຫາຍ ໃຫ້ມີຄວາມຮັບປະກັນຄວາມປອດໄພ ຈຶ່ງສາມາດເດີນລົດໄຟຕໍ່.

ການປ່ອຍສັດ, ລ້ຽງສັດ ແລະ ການມ້າງຮົ້ວ, ທຳລາຍ ຫຼື ໄຂຮົ້ວກັ້ນແລວທາງລົດໄຟ ເປັນສິ່ງທີ່ຜິດຕໍ່ລະບຽບກົດໝາຍວ່າດ້ວຍການລົດໄຟ (ທຸກຄົນສາມາດຮຽນຮູ້ກ່ຽວກັບກົດໝາຍວ່າດ້ວຍການລົດໄຟໄດ້ຈາກລິ້ງນີ້: https://na.gov.la/…/2021/11/law_lodfai-new29_1_2019.pdf).

ໃນກົດໝາຍວ່າດ້ວຍການລົດໄຟມາດຕາທີ 137 ຂໍ້ທີ 11 ໄດ້ລະບຸໄວ້ຢ່າງຊັດເຈນວ່າ “ຫ້າມບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງໄປລ້ຽງ, ປ່ອຍ ແລະ ເຄື່ອນຍ້າຍສັດລ້ຽງ ຕາມທາງລົດໄຟຢ່າງເດັດຂາດ” ແລະ ກົດໝາຍມາດຕາທີ 137 ຂໍ້ທີ 4 ໄດ້ລະບຸວ່າ “ຫ້າມບຸກຄົນມ້າງເພ, ທຳລາຍໂຄງປະກອບ ແລະ ສິ່ງປະກອບທາງລົດໄຟຢ່າງເດັດຂາດ”.

ພ້ອມນັ້ນ, ຫາກປະຊາຊົນຍັງບໍ່ເຄົາລົບຕໍ່ລະບຽບກົດໝາຍ, ອັນຕະລາຍທີ່ຈະເກີດຂຶ້ນ ບໍ່ພຽງແຕ່ການສູນເສຍຊີວິດຂອງສັດລ້ຽງຈຳນວນຫນຶ່ງ, ແຕ່ຍັງເປັນອັນຕະລາຍຕໍ່ຜູ້ໂດຍສານອີກຫຼາຍຮ້ອຍຊີວິດທີ່ຢູ່ໃນຂະບວນລົດໄຟ ແລະ

ຍັງເຮັດໃຫ້ເປັນອັນຕະລາຍ ແລະ ເກີດຜົນເສຍຫາຍຕໍ່ຊັບສິນຂອງຊາດ. ນອກນັ້ນ, ຍັງຈະເປັນອັນຕະລາຍ ແກ່ຊິວິດຂອງປະຊາຊົນ ແລະ ສັດລ້ຽງເອງ ເນື່ອງຈາກວ່າໃນຂອບເຂດຮົ້ວປ້ອງກັນຄວາມປອດໄພແລວທາງລົດໄຟບາງຈຸດອາດຈະມີອຸປະກອນຕິດຕັ້ງທີ່ມີໄຟຟ້າແຮງສູງ, ອີກປະການໜຶ່ງ,

ການຢຸດກະທັນຫັນຂອງຂະບວນລົດໄຟແມ່ນຕ້ອງໃຊ້ໄລຍະທາງ ແລະ ໄລຍະເວລາຈຳນວນໜຶ່ງ, ເຊິ່ງບໍ່ສາມາດຢຸດທັນທີໄດ້, ໃນກໍລະນີຂະບວນລົດໄຟຕຳກັບສັດໃຫຍ່ແລ້ວ ກໍມີຄວາມສ່ຽງທີ່ຂະບວນລົດໄຟຈະຕົກລາງ, ເຊິ່ງຈະນຳຄວາມສູນເສຍອັນມະຫາສານມາສູ່ຊີວິດ ແລະ ຊັບສິນຂອງຜູ້ໂດຍສານທຸກຄົນ, ເຊິ່ງເຫດການລັກສະນະແບບນີ້ກໍເຄີຍເກີດຂຶ້ນຢູ່ຕ່າງປະເທດມາແລ້ວຫຼາຍຄັ້ງ.

ສະນັ້ນ, ຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນໃຫ້ຄວາມຮ່ວມມື, ຮ່ວມແຮງຮ່ວມໃຈກັນ, ປະຕິບັດຕາມລະບຽບກົດໝາຍ, ຫາກພົບເຫັນຜູ້ຈະກະທຳຜິດຄືດັ່ງເຫດການດັ່ງກ່າວ ກໍໃຫ້ຫ້າມປາມ ແລະ ຕັກເຕືອນຊ່ວຍກັນ,

ເພື່ອຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງຜູ້ໂດຍສານຢູ່ເທິງຂະບວນລົດໄຟ ແລະ ເພື່ອປ້ອງກັນບໍ່ໃຫ້ມີການສູນເສຍໃດໆເກີດຂຶ້ນ.

Leave a Reply

Your email address will not be published. Required fields are marked *

Back to top button