ແຈ້ງຂ່າວ! ພົນຕີ ຫນູດີ ມີໄຊຍະລາດ ໄດ້ເຖິງແກ່ມໍລະນະກໍາແລ້ວ

ແຈ້ງຂ່າວມໍລະນະກຳ: ກົມໃຫຍ່ພະລາທິການ ປ້ອງກັນຄວາມສະຫງົບ, ພ້ອມດ້ວຍຄອບຄົວ, ມີໄຊຍະລາດ ຂໍແຈ້ງຂ່າວຄວາມເສົ້າສະຫຼົດໃຈ ມາຍັງການຈັດຕັ້ງພັກ-ລັດ, ເພື່ອນມິດສະຫາຍ ແລະ ຍາດຕິພີ່ນ້ອງ ທີ່ຢູ່ໃກ້ ແລະ ໄກ ຊາບທົ່ວເຖິງກັນວ່າ:

– ສະຫາຍ ພົນຕີ ຫນູດີ ມີໄຊຍະລາດ ອະດີດຄະນະປະຈໍາພັກກະຊວງ ອະດີດຫົວຫນ້າກົມໃຫຍ່ພະລາທິການ ປກສ ໄດ້ເຖິງແກ່ມໍລະນະກໍາແລ້ວ ໃນເວລາ 03:15 ນາທີ ຂອງວັນອາທິດ ທີ 05 ທັນວາ 2021 ດ້ວຍພະຍາດຂອງເພິ່ນເອງ.

ລວມອາຍຸໄດ້ 58 ປີ. – ບັດຈຸບັນ ສົບຂອງເພິ່ນໄດ້ບໍາເພັນກຸສົນໄວ້ຢູ່ເຮືອນຂອງເພິ່ນເອງ ຢູ່ບ້ານໂນນສົມບູນ, ເຮືອນເລກທີ 204 ຫນ່ວຍ 14, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

– ວັນຊາປະນາກິດສົບຈະໄດ້ຈັດຂຶ້ນໃນ ວັນພຸດ ທີ 08 ທັນວາ 2021 ເວລາ 13:00 ໂມງ ຢູ່ວັດນໍ້າຍ້ອຍ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ.

– ວັນສຸກ ທີ 10 ທັນວາ 2021 ເຫັນນີ້ຫ້າງຫາກະກຽມ.

– ວັນເສົາ ທີ 10 ທັນວາ 2001 ເປັນມື້ຕັກບາດຖວາຍສັງຄະທານ (ພຣະ 1 ອົງ) ຮັກແມວ

Leave a Reply

Your email address will not be published. Required fields are marked *

Back to top button