WHO ເຕືອນວ່າອາໄສແຕ່ວັກຊິນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິ ດ ໄດ້

ເອີຣົບ​ ພົບກໍລະນີຕິດເຊື້ອໂຄວິດ-19 ເພີ່ມໃໝ່ຕໍ່ອາທິດຈຳນວນຫຼາຍກວ່າທຸກອາທິດທີ່ຜ່ານມາ,​

WHO ເຕືອນວ່າອາໄສແຕ່ວັກຊິນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້.​

ຕາມ​ຂ່າວ​ cri​ ລາຍງານໃນວັນທີ 12 ພະຈິກນີ້​ ຕາມເວລາທ້ອງຖິ່ນ, ອົງການອະນາໄມໂລກຫຼື WHO ໄດ້ເປີດເຜີຍຂໍ້ມູນສະແດງໃຫ້ເຫັນວ່າ: ນັບແຕ່ວັນທີ 1 ຫາວັນທີ 7 ພະຈິກນີ້, ເອີຣົບໄດ້ລາຍງານກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ເກືອບ 2 ລ້ານກໍລະນີ

ເຊິ່ງເປັນອາທິດໜຶ່ງທີ່ເອີຣົບພົບກໍລະນີຕິດເຊື້ອເພີ່ມໃໝ່ຫຼາຍທີ່ສຸດພາຍຫຼັງເກີດການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນມາ.ໃນມື້ດຽວກັນ, ທ່ານເຕໂດຼສ ອັດຮານົມ ເກເບຼເຢຊຸສ ຜູ້ອຳນວຍການໃຫຍ່ WHO ໄດ້ປະກອບຄວາມເຫັນກ່ຽວກັບສະພາບການຫຼ້າສຸດຂອງການແຜ່ລະບາດພະຍາດໂຄວິດ-19 ຢູ່ເອີຣົບ ໂດຍຊີ້ໃຫ້ເຫັນວ່າ:

ຢູ່ປະເທດເອີຣົບຕາເວັນຕົກຈຳນວນໜຶ່ງທີ່ມີອັດຕາສັກວັກຊີນໂຄວິດ-19 ສູງ​ ແລະ​ ນຳໜ້າໂລກກໍ່ໄດ້ປະສົບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ເຊິ່ງເປັນການເຕືອນໃຫ້ຄົນທັງຫຼາຍຮູ້ວ່າ, ພຽງແຕ່ອາໄສວັກຊີນເທົ່ານັ້ນບໍ່ສາມາດສິ້ນສຸດການແຜ່ລະບາດຂອງພະຍາດໂຄວິດ-19.

ປະເທດຕ່າງໆຕ້ອງໃຊ້ມາດຕະການແບບສັງລວມ, ເພື່ອຊອກຫາຄວາມດຸນດ່ຽງກັນລະຫວ່າງການປ້ອງກັນ​ ແລະ​ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ກັບການຟື້ນຟູເສດຖະກິດສັງຄົມ.ທ່ານ​ ເຕໂດຼສ ອັດຮານົມ ເກເບຼເຢຊຸສຍັງ​ ກ່າວວ່າ:

ພວກເຮົາສືບຕໍ່ມີຂໍ້ສະເໜີໃຫ້ປະເທດຕ່າງໆດຳເນີນການກວດຫາເຊື້ອ ໃສ່ຜ້າປິດປາກແລະດັງ ຮັກສາຄວາມຫ່າງທາງສັງຄົມ ຫຼີກລ່ຽງການຊຸມນຸມກັນ ແລະໃຊ້ມາດຕະການອື່ນໆໂດຍອີງຕາມສະພາບຕົວຈິງຂອງປະເທດຕົນ,

ປະເມີນສະພາບພະຍາດຂອງປະເທດຕົນເລື້ອຍໆ, ແລະປັບປຸງມາດຕະການໃຫ້ເໝາະສົມກັບສະພາບຕົວຈິງຢ່າງທັນການ.

Leave a Reply

Your email address will not be published. Required fields are marked *

Back to top button