ຊົມເຊີຍ!..ບໍ່ແກ້ວ ສັງປິດ ຫລັງກວດພົບປໍ້າຂາຍນໍ້າມັນເກີນລາຄາ .

ບໍ່ແກ້ວກຳລັງຕື່ນຕົວ ພົບປໍ້າຂາຍນໍ້າມັນເກີນລາຄາ.

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2022 ເຈົ້າໜ້າທີ່ກວດກາການຄ້າ ໄດ້ລົງຕິດຕາມ, ກວດກາການຈໍາໜ່າຍນໍ້າມັນເຊື້ອໄຟ ພາຍໃນເທດສະບານແຂວງບໍ່ແກ້ວພົບເຫັນ 2 ຫົວໜ່ວຍ ທີ່ມີການຂາຍນໍ້າມັນເກີນລາຄາທີ່ ແລະ ຂາຍນໍ້າມັນເປັນສະກຸນເງິນຕາຕ່າງປະເທດ.

ສະນັ້ນ, ທາງເຈົ້າໜ້າທີ່ກວດກາຈຶ່ງໄດ້ສ້າງບົດບັນທຶກໃສ່ກະແຈ, ລ໋ອກຫົວຈ່າຍນໍ້າມັນ ເພື່ອໃຫ້ຜູ້ກ່ຽວປິດການບໍລິການຊົ່ວຄາວ ຈົນກວ່າຈະດໍາເນີນການແກ້ໄຂໃຫ້ສອດຄ່ອງຕາມຂັ້ນຕອນຂອງລະບຽບກົດໝາຍສໍາເລັດ ຈຶ່ງອະນຸຍາດໃຫ້ເປີດຂາຍຄືນໃຫມ່.

ພົບເຫັນການຈໍາໜ່າຍ ຫຼື ຂາຍນໍ້າມັນເຊື້ອໄຟ ເກີນລາຄາທີ່ລັດກໍານົດໃນແຕ່ລະໄລຍະ ໂທແຈ້ງສາຍດ່ວນ 1510 ຫຼື ເຈົ້າໜ້າທີ່ກວດກາການຄ້າ 02055884442, 02059127300

ຂ່າວ: ຂະແໜງການຄ້າພາຍໃນ

Leave a Reply

Your email address will not be published. Required fields are marked *

Back to top button