ຄອບຄົວຕົວແບບ…!!! ຍ້ອນຄວາມດຸໝັ່ນແລະອົດທົນ ຂອງບຸກຄົນທີ່ມີຄວາມພາກພຽນ ສາມາດສ້າງລາຍຮັບຈາກການລ້ຽງປາ142ລ້ານກີບ/ເດືອນ

ຄວາມດຸໝັ່ນ ແລະ ອົດທົນ ເປັນຊັບສົມບັດອັນລໍ້າຄ່າ ຂອງບຸກຄົນທີ່ມີຄວາມພາກພຽນພະຍາມ ໃນການທຳມາຫາກິນ ແລະ ປະກອບອາຊີບ ທີ່ບໍ່ຂັດກັບລະບຽບກົດໝາຍຂອງບ້ານເມືອງ ໂດຍການໄຂວ່ຄວ້າກຳນົດເສັ້ນທາງເດີນຂອງຕົນ ໃຫ້ໄປເຖິງຝັ່ງຝັນທີ່ວາດໄວ້.

ຊຶ່ງບຸກຄົນໃດຫາກຢຶດຖືເອົາຊັບສົມບັດແຫ່ງຄວາມດຸໝັ່ນ ແລະ ຄວາມອົດທົນ ທີ່ກ່າວມານັ້ນ ຝັງແໜ້ນໄວ້ໃນຈິດສຳນຶກຂອງຕົນແລ້ວ ບໍ່ວ່າຈະຕົກຢູ່ແຫ່ງຫົນໃດ ກໍສາມາດເອົາໂຕລອດ ຈາກວິກິດການຂອງຄວາມທຸກຍາກ ໄດ້ຢ່າງແນ່ນອນ.

ເນື່ອງຈາກວ່າ ຊັບສົມບັດດັ່ງກ່າວ ແມ່ນທຶນຮອນ ແລະ ໃບເບີກທາງ ທີ່ຈະນຳສົ່ງເຮົາໄປ ໃຫ້ເຖິງເປົ້າໝາຍແຫ່ງຜົນສຳເລັດ ຂອງຊີວິດ ໃນອະນາຄົດ.

ດັ່ງຄອບຄົວ ຂອງທ່ານ ພູມີ ສີວັນລາ ອາຍຸ 65 ປີ ເປັນພະນັກງານບຳນານ ປັດຈຸບັນ ຢູບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ທີ່ໄດ້ຢຶດຖືການລ້ຽງປາເປັນສິນຄ້າ ສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຢ່າງຫຼວງຫຼາຍ ເຮັດໃຫ້ຊີວິດການເປັນຢູ່ນັບມື້ນັບມີຖານະໝັ້ນຄົງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ທ່ານ ພູມີ ສີວັນລາ ໃຫ້ຮູ້ວ່າ:

ສຳລັບການບຸກເບີກໜອງປາແຫ່ງນີ້ ແມ່ນໄດ້ລິເລີ່ມລົງມືເຮັດໃນໄລຍະປີ 1999 ຫາ ປີ 2000 ເປັນຕົ້ນມາ ແຕ່ເວລານັ້ນ ການລ້ຽງຂອງເພິ່ນ ຍັງເຮັດແບບປະຖົມປະຖານ, ປາກໍມີຈຳນວນໜ້ອຍ ແລະ ໜອງກໍມີຈຳນວນຈຳກັດ ຊຶ່ງເວົ້າລວມແລ້ວໃນໄລຍະນັ້ນ ການລ້ຽງຍັງບໍ່ທັນຂະຫຍາຍອອກຢ່າງກວ້າງຂວາງ ເທົ່າທີ່ຄວນ.

ເມື່ອສັງເກດເຫັນວ່າ ປາ ເປັນອາຫານທີ່ສັງຄົມໃຫ້ຄວາມຍອມຮັບໃນການບໍລິໂພກ ເປັນອັນດັບຕົ້ນໆ, ຕະຫຼາດກໍມີຄວາມຕ້ອງການຢ່າງແຜ່ຫຼາຍ ບວກກັບການລ້ຽງປາເປັນສິນຄ້າ ເພື່ອສະໜອງໃຫ້ແກ່ທ້ອງຕະຫຼາດ ຂອງປະຊາຊົນບັນດາບ້ານຕ່າງໆ ຢູ່ແຕ່ລະເມືອງ ໃນຂອບເຂດ ທົ່ວແຂວງໄຊສົມບູນ ຍັງມີຈຳນວນໜ້ອຍ ຖ້າທຽບໃສ່ຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສັງຄົມ ໃນປັດຈຸບັນ.

ດັ່ງນັ້ນ ເພິ່ນຈຶ່ງໄດ້ຕັດສິນໃຈສຸມທຶນຮອນ ເຂົ້າໃນການບຸກເບີກໜອງປາຄືນໃໝ່ ແລະ ເລີ່ມລົງມືຈັດຕັ້ງປະຕິບັດຢ່າງຈິງຈັງ ນັບແຕ່ປີ 2020 ເປັນຕົ້ນມາ ພ້ອມທັງຂະຫຍາຍໜອງປາອອກຕື່ມອີກ ເປັນ 10 ໜອງ ໂດຍໝູນໃຊ້ເນື້ອທີ່ 2,8 ເຮັກຕາ ແລະ ຊື້ປາມາປ່ອຍ ຈຳນວນ 120,000 ໂຕ ປະກອບມີ 3 ຊະນິດ ຄື:

– ປາດຸກ 60,000 ໂຕ, ປານິນ 40,000 ໂຕ ແລະ ປາປາກ 20,000 ໂຕ ຊຶ່ງການລ້ຽງແມ່ນໃຊ້ເວລາ 3 ເດືອນຂຶ້ນໄປ ຈຶ່ງໄດ້ຂາຍອອກໃຫ້ລູກຄ້າ ໂດຍແມ່ນບໍລິສັດ ພູເບ້ຍ ມາຍນິງ ເປັນລູກຄ້າຂາປະຈຳ ໃນການສັ່ງຊື້ ສຳລັບການຂາຍໃຫ້ບໍລິສັດ ດັ່ງກ່າວ ແມ່ນຂາຍຢູ່ໃນຈຳນວນ 2 ຄັ້ງ ຕໍ່ອາທິດ
ໃນນັ້ນ ປາດຸກ ແມ່ນສົ່ງຂາຍໃນລະດັບ 150 ກິໂລ ຕໍ່ຄັ້ງ ແລະ ປານິນ 600 ກິໂລ ຕໍ່ຄັ້ງ ໂດຍສະເລ່ຍເປັນລາຍຮັບແມ່ນຕົກຢູ່ໃນ ຈຳນວນ ເງິນ 30 ລ້ານ ກວ່າກີບ ຕໍ່ໜຶ່ງອາທິດ ແລະ 142 ລ້ານ ກວ່າກີບ ຕໍ່ເດືອນ.

ອາດເວົ້າໄດ້ວ່າ ເປັນລາຍຮັບທີ່ຢູ່ໃນລະດັບສູງ ແລະ ຫຼວງຫຼາຍພໍສົມຄວນ ທັງເປັນຄ່າຕອບແທນທີ່ສົມກັບເຫື່ອແຮງ ທີ່ເພິ່ນໄດ້ບຸກບືນ ແລະ ທຸ່ມເທຢູ່ກັບການລ້ຽງປາ ຕະຫຼອດມາ.

ນອກຈາກຈະສົ່ງຂາຍໃຫ້ບໍລິສັດ ພູເບ້ຍ ມາຍນິງ ເປັນຕົ້ນຕໍແລ້ວ ເພິ່ນຍັງໄດ້ຂາຍໃຫ້ປະຊາຊົນ ພາຍໃນບ້ານນໍ້າໂມ້ ທີ່ມາສັ່ງຊື້ກັບໜອງ ນຳອີກ ແລະ ຄາດວ່າອີກບໍ່ດົນ ອາດຈະໄດ້ສົ່ງຂາຍໃຫ້ຕະຫຼາດແຕ່ລະເມືອງ ໃນຂອບເຂດ ທົ່ວແຂວງໄຊສົມບູນ ຢ່າງແນ່ນອນ.

ຄອບຄົວຂອງທ່ານ ພູມີ ສີວັນລາ ນອກຈາກຈະມີລາຍຮັບອັນຫຼວງຫຼາຍ ຈາກການຂາຍປາທີ່ເປັນລາຍຮັບຫຼັກແລ້ວ ເພິ່ນຍັງມີລາຍຮັບເສີມຈາກການຂາຍຜັກແຕ່ລະຊິດ ເປັນລາຍຮັບສຳຮອງ ໃນແຕ່ລະມື້ ຕື່ມອີກ ຊຶ່ງລາຍຮັບຕົວຈິງຈາກການຂາຍຜັກ ໂດຍສະເລ່ຍເປັນຈຳນວນເງິນ ເກືອບ 8000,000 ລ້ານກີບ ຕໍ່ເດືອນ.

ເວົ້າລວມແລ້ວ ຄອບຄົວຂອງເພິ່ນ ເປັນຄອບຄົວທີ່ມີຄວາມມັກຮັກໃນການປູກຝັງ-ລ້ຽງສັດ ຜະລິດເປັນສິນຄ້າ ຢ່າງສະເໝີຕົ້ນສະເໝີປາຍ ຕະຫຼອດມາ ຊຶ່ງການຢຶດຖືອາຊີບດັ່ງກ່າວ ມັນກໍສາມາດສ້າງລາຍຮັບເຂົ້າຄອບຄົວໄດ້ຢ່າງເປັນກອບເປັນກຳ ແລະ ຫຼວງຫຼາຍ ໃນແຕ່ລະເດືອນ.

ສຳລັບການບົວລະບັດຮັກສາ ກໍບໍ່ມີຄວາມຫຍຸ້ງຍາກພໍປານໃດ ເນື່ອງຈາກວ່າປາ ບໍ່ຄ່ອຍຈະມີພະຍາດເຂົ້າມາບຽດບຽນ ເໝືອນກັບສັດລ້ຽງປະເພດອື່ນໆ ພຽງແຕ່ໝັ່ນຮັກສານໍ້າບໍ່ໃຫ້ຮົ່ວໄຫຼອອກຈາກໜອງປາ ແລະ ເກືອອາຫານໃຫ້ເປັນປົກກະຕິ ໃນແຕ່ລະມື້ ພຽງທໍ່ນີ້ ປາກໍຈະເຕີບໃຫຍ່ຂະຫຍາຍໂຕ, ແຂງແຮງ ແລະ ຂາຍໄດ້ຕາມຄວາມຕ້ອງການ.

ອີກຢ່າງໜຶ່ງ ວິຊາການຈາກບໍລິສັດ ພູເບ້ຍ ມາຍນິງ ກໍລົງມາໃຫ້ຄວາມໃກ້ຊິດຕິດແທດ ຢ່າງສະໝໍ່າສະເໝີ ຊຶ່ງວິຊາການຂອງບໍລິສັດ ໄດ້ລົງມາແນະນຳ ແລະ ໃຫ້ຄວາມຮູ້ ດ້ານເຕັກນິກການລ້ຽງ, ການບົວລະບັດຮັກສາປາ ໃຫ້ຈະເລີນເຕີບໂຕ ແລະ ເປັນທີ່ຍອມຮັບຂອງລູກຄ້າ.

ຜ່ານຈາກການຢຶດຖືອາຊີບລ້ຽງປາ ຜະລິດເປັນສິນຄ້າ ເຮັດໃຫ້ຄອບຄົວຂອງທ່ານ ພູມີ ສີວັນລາ ມີຖານະດີຂຶ້ນກວ່າເກົ່າ, ຊີວິດການເປັນຢູ່ໄດ້ຮັບການປັບປຸງຢ່າງຮອບດ້ານ, ເສດຖະກິດຄອບຄົວ ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ເນື່ອງ

ຊຶ່ງທ່ານໄດ້ກາຍເປັນບຸກຄົນ ແລະ ຄອບຄົວແບບຢ່າງທີ່ດີ ໃຫ້ແກ່ຫຼາຍໆ ຄອບຄົວພາຍໃນບ້ານນໍ້າໂມ້ ເມືອງອະນຸວົງ ແຂວງໄຊສົມບູນ ໄດ້ຮຽນເອົາປະສົບການ ແລະ ມູນເຊື້ອດຸໝັ່ນຂະຫຍັນພຽນຂອງເພິ່ນ ໄປພັດທະນາເສດຖະກິດຄອບຄົວຂອງຕົນ ໃຫ້ມີຢູ່ມີກິນ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກ

ຊຶ່ງເພິ່ນໄດ້ສູ້ຊົນປະຕິບັດຕາມຄຳເວົ້າທີ່ວ່າ: ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ. ອີກຢ່າງໜຶ່ງ ກໍຍ້ອນເຫັນໄດ້ແນວທາງອັນຖືກຕ້ອງຂອງພັກ ແລະ ລັດເຮົາ ຊຶ່ງຍາມໃດກໍຖືເອົາການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ເປັນວຽກງານຍຸດທະສາດ, ເປັນບັນຫາກົກ-ຕໍ່ເນື່ອງ ແລະ ສຳຄັນ ຕະຫຼອດມາ.

ຂອບໃຈແຫຼ່ງຂໍ້ມູນ: ມີເດຍລາວ ; ລິ້ງທີ່ມາ: https://bit.ly/2WeAluO

Leave a Reply

Your email address will not be published. Required fields are marked *

Back to top button