ສູນກາງພັກຈີນ ມອບລົດກວດສຸຂະພາບໃຫ້ສູນກາງພັກ ປປ ລາວ

ສູນກາງພັກກອມມູນິດຈີນ ມອບລົດກວດສຸຂະພາບໃຫ້ສູນກາງພັກ ປປ ລາວ

ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ໄດ້ມອບລົດກວດສຸຂະພາບເຄື່ອນທີ່ໃຫ້ແກ່ສູນກາງພັກປະຊາຊົນປະຕິວັດລາວ, ເຊິ່ງພິທີມອບ-ຮັບໄດ້ຈັດຂື້ນເມື່ອວັນທີ 29 ມິຖຸນານີ້ ທີ່ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ,

ເຊິ່ງກ່າວມອບໂດຍສະຫາຍ ຈຽງ ຈ້າຍຕົ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໄດ້ຕາງໜ້າຝ່າຍຈີນ ແລະ ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ຕາງໜ້າໃຫ້ ສູນກາງພັກ ປປ ລາວ ເປັນຜູ້ກ່າວຮັບ.

ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງ ສູນກາງພັກກອມມູນິດຈີນໃນຄັ້ງນີ້ ກໍຄືການຊ່ວຍເຫຼືອທາງດ້ານອຸປະກອນການແພດ, ຢາວັກຊິນ ແລະ ການສົ່ງທີມແພດຊ່ຽວຊານ ມາຊ່ວຍ ສປປ ລາວ ຢ່າງທັນການ

ເພື່ອຮັບມືກັບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ຊຶ່ງເປັນການປະກອບສ່ວນສໍາຄັນ ເຂົ້າໃນຜົນສໍາເລັດໃນການຄວບຄຸມ ແລະ

ແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ຢູ່ສປປ ລາວ, ທັງເປັນການສະແດງໃຫ້ເຫັນເຖິງນໍ້າໃຈມິດຕະພາບອັນດູດດື່ມຂອງການເປັນຄູ່ຮ່ວມຊາຕາກໍາລາວ-ຈີນຢ່າງແທ້ຈິງ.

ລົດກວດສຸຂະພາບເຄື່ອນທີ່ ທີ່ຝ່າຍຈີນມອບໃຫ້ຄັ້ງນີ້, ຄະນະພົວພັນຕ່າງປະເທດສູນກາງພັກ ຈະໄດ້ມອບຕໍ່ໃຫ້ສູນກາງພັກ ປປ ລາວ ເພື່ອນໍາໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ໃນວຽກງານສາທາລະນະສຸກ.

ຊົມຄລີບ

(ຈາກ, ປະຊາຊົນ)

Leave a Reply

Your email address will not be published. Required fields are marked *

Back to top button