ສາລະວັນແຈ້ງການ ຫ້າມເປີດຮ້ານສະນຸກເກີ ຖ້າໃຜລະເມີດ​ ຈະຖືກລົງ​ໂທດພ້ອມປັບໄຫມ ເພາະເຫດນີ້

ເລີ່ມແຕ່ເດືອນນີ້ເປັນຕົ້ນໄປ!ອົງການປົກຄອງເມືອງສາລະວັນຂໍ ຖືເປັນກຽດແຈ້ງການມາຍັງທ່ານຊາບວ່າ:

ໃນໄລຍະຜ່ານມາ ອົງການປົກຄອງ ເມືອງໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານກິລາກາຍຍະກໍາ ແລະ ໄດ້ບັນຈຸເຂົ້າໃນຫຼັກການຈັດການຮຽນ-ການສອນ ຍ້ອນວ່າ ໄດ້ມີການສົ່ງເສີມດ້ານການກິລາໃຫ້ກາຍເປັນຂອງທົ່ວປວງຊົນ ເພື່ອເຮັດໃຫ້ເຍົາວະຊົນ,ຊາວຫນຸ່ມໃນທົ່ວສັງຄົມມີ ສຸຂະພາບແຂງແຮງ,

ແຕ່ກິລາປະເພດສະນຸກເກີ້ ໂດຍສະເພາະແມ່ນຮ້ານສະນຸກເກີ້ທົ່ວໄປເຫັນວ່າມີລັກສະນະຫຼໍ່ແຫຼມເຊີ່ງບັນດາຜູ້ປະກອບການໃນທົ່ວເມືອງໄດ້ເປີດບໍລິການກິລາສະນຸກເກີ້ຢ່າງກ້ວາງຂວາງເຮັດໃຫ້ເປັນແຫຼ່ງມົ້ວສຸມຂອງເຍົາວະ ຊົນ-ຊາວຫນຸ່ມ ແລະ

ພະນັກງານລັດທະກອນເກີດມີປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ສະນັ້ນ,ເພື່ອເຮັດໃຫ້ສັງຄົມມີ ຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ.ເຈົ້າເມືອງໆສາລະວັນຈຶ່ງອອກແຈ້ງການດັ່ງນີ້:

1. ໃຫ້ຜູ້ປະກອບການຢຸດເຊົາໃຫ້ບໍລິການກິລາສະຫນຸກເກີ້ໃນທົ່ວເມືອງສາລະວັນ (ນັບທັງທີ່ອະນຸຍາດ ແລະ ບໍ່ ອະນຸຍາດ) ເລີ່ມແຕ່ເດືອນມັງກອນ ປີ 2023 ເປັນຕົ້ນໄປ

.2. ຖ້າຫາກບຸກຄົນໃດ,ນິຕິບຸກຄົນໃດຫາກລະເມີດແຈ້ງການສະບັບນີ້ມອບໃຫ້ເຈົ້າຫນ້າທີ່ກ່ຽວຂ້ອງຕັກເຕືອນ,ສ້າງບົດ ບັນທຶກັບຜູ້ກ່ຽວພ້ອມທັງຕິດຕາມ,ແຕ່ຫາກຍັງຝ່າຝືນບໍ່ປະຕິບັດຕາມແຈ້ງການສະບັບນີ້ແລ້ວແມ່ນໃຫ້ເກັບມ້ຽນອຸປະກອນດັ່ງກ່າວດໍາເນີນການປັບໃຫມຕາມລະບຽບກົດຫມາຍຢ່າງເຂັ້ມງວດ

3. ມອບໃຫ້ຫ້ອງການສຶກສາທິການ ແລະ ກິລາເມືອງສາລະວັນສົມທົບກັບເຈົ້າຫນ້າທີ່ ປກສ ເມືອງ,ອໍານາດການ ປົກຄອງບ້ານທີ່ມີສ່ວນກ່ຽວຂ້ອງຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ດັ່ງນັ້ນຈິ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.(ແຈ້ງການກ້ອງຄອມເມັ້ນ)

Leave a Reply

Your email address will not be published. Required fields are marked *

Back to top button