ອິນໂດເນເຊຍປະສົບຄວາມສຳເລັດໃນການເຈລະຈາກັບຣັດເຊຍ

ທ່ານ ໂຈໂກ ວິໂດໂດ ປະທານາທິບໍດີຂອງອິນໂດເນເຊຍ ມາຢ້ຽມຢາມທ່ານ ປູຕິນ ປະທານາທິບໍດີຂອງຣັດເຊຍ ໃນມື້ວານນີ້, ໄດ້ປະສົບຄວາມສຳເລັດໃນການເຈລະຈາ

ຂໍ້ຕົກລົງກັບຣັດເຊຍໃນການອະນຸຍາດໃຫ້ເປີດເສັ້ນທາງເດີນເຮືອ ສຳລັບການສົ່ງອອກເຂົ້າສາລີຂອງຢູເຄຣນ. ອ້າງອີງຈາກ Neikkei Asia ໄດ້ລາຍງານວ່າ:

ໃນອາທິດນີ້ປະທານາທິບໍດີຂອງອິນໂດເນເຊຍ ໄດ້ເດີນທາງໄປຢູເຄຣນ ແລະ ຣັດເຊຍ ເພື່ອພົບກັບຜູ້ນຳທັງ 2 ຝ່າຍ ໂດຍມີເປົ້າໝາຍເພື່ອຫຼຸດວິກິດອາຫານໃນທົ່ວໂລກ ເນື່ອງຈາກຜົນກະທົບຂອງຄວາມຂັດແຍ່ງລະຫວ່າງຢູເຄຣນ ແລະ ຣັດເຊຍ.

ປະທານາທິບໍດີຂອງອິນໂດເນເຊຍກ່າວວ່າ ລາວເຕັມໃຈທີ່ຈະມີບົດບາດເປັນຕົວແທນຂອງສັນຕິພາບ ໃນຄວາມພະຍາຍາມແນໃສ່ການແກ້ໄຂການຢຸດຍິງລະຫວ່າງ 2 ຝ່າຍນີ້ ແລະ

ຢາກເຫັນຄວາມຂັດແຍ່ງໃນຄັ້ງນີ້ສິດສຸດໄວໆ ເພື່ອຕ່ອງໂສ້ການສະໜອງອາຫານ, ຝຸ່ນປຸ໋ຍ ແລະ ພະລັງງານໄດ້ກັບຄືນມາສູ່ປົກກະຕິ.

ກ່ອນໜ້າທີ່ຈະມີສົງຄາມເກີດຂຶ້ນ, ຢູເຄຣນແມ່ນໜຶ່ງໃນບັນດາຂອງຜູ້ສະໜອງເຂົ້າສາລີລາຍໃຫຍ່ທີ່ສຸດຂອງອິນໂດເນເຊຍ.

ຊົມຄລີບ

Leave a Reply

Your email address will not be published. Required fields are marked *

Back to top button