ມື້ນີ້ ນັກຮົບຊຸດຂາວ ຕິດໂຄວິດ 7 ຄົນ

ພະນັກງານຂະແໜງສາທາ ມີ 7 ກໍລະນີ (ໂຮງໝໍມະໂຫສົດ : 5 ກໍລະນີ, ໂຮງໝໍໄຊເສດຖາ: 1 ກໍລະນີ ແລະ ໂຮງໝໍເມືອງສີໂຄດ 1 ກໍລະນີ)

ຂໍ້ມູນເບື້ອງຕົ້ນໃນນະຄອນຫລວງວຽງຈັນ ວັນທີ 10/10/2021 ມີຈຳນວນ 401 ກໍລະນີ (ຊຸມຊົນ 400 ກໍລະນີ ແລະ ນຳເຂົ້າ ມີ 01 ກໍລະນີ),

ລາຍລະອຽດເບື້ອງຕົ້ນ ມີດັ່ງລຸ່ມນີ້:

I. ວິເຄາະຂໍ້ມູນຕາມສະຖານທີ (ບ້ານ, ເມືອງ) ມີ 7 ເມືອງ ແລະ 86 ບ້ານ

1. ເມືອງຈັນທະບູລີ ມີ 09 ບ້ານ (28 ກໍລະນີ)

2. ເມືອງສີໂຄດຕະບອງ ມີ 16 ບ້ານ (58 ກໍລະນີ)

3. ເມືອງໄຊເສດຖາ ມີ 19 ບ້ານ (54 ກໍລະນີ)

4. ເມືອງສີສັດຕະນາກມີ 10 ບ້ານ (147 ກໍລະນີ ໃນນີ້ ໂຮງງານກຽນວິໄລ 135 ກໍລະນີ)

5. ເມືອງນາຊາທອງ ມີ 05 ບ້ານ (28 ກໍລະນີ)

6. ເມືອງໄຊທານີ ມີ 16 ບ້ານ (66 ກໍລະນີ ໃນນີ້ ໂຮງຮຽນກະເສດ 35 ກໍລະນີ)

7. ເມືອງຫາດຊາຍຟອງ ມີ 11 ບ້ານ (15 ກໍລະນີ)

8. ແຂວງ ວຽງຈັນ (01 ກໍລະນີ)

II. ຈໍາແນ່ກຂໍ້ມູນຕາມອາຊີບ ແລະ ສະຖານທີເຮັດວຽກ ລາຍງານທັງໝົດ 401 ຕິດເຊື້ອພາຍໃນ (1 ກໍລະນີຈາກການກວດກັ່ນກອງກ່ອນເດີນທາງອອກປະເທດ)

1. ພະນັກງານໂຮງງານ ມີ 155 ກໍລະນີ (ໂຮງງານກຽນວິໄລ: 134 ກໍລະນີ, ໂຮງງານ CKL: 13 ກໍລະນີ, ໂຮງງານAlpilao: 3 ກໍລະນີ, ໂຮງງານມາດສະຄອດ: 1 ກໍລະນີ: ໂຮງງານເດັບບູ-ຊຳເກດ: 1 ກໍລະນີ, ໂຮງງານ VSK: 1 ກໍລະນີ, ໂຮງງານເຟີນີເຈີໄຊມຸງຄຸນ: 1 ກໍລະນີ ແລະ ໂຮງງານເຟີນີເຈີຈິດຕະວົງ: 1 ກໍລະນີ)

2. ນັກສຶກສາ ມີ 52 ກໍລະນີ (35 ແມ່ນມາຈາກຄະນະກະເສດນາບົງ, 13 ຈາກວິທະຍາຄານການແພດກອງທັບ)

3. ຄ້າຂາຍ/ທຸລະກິດສ່ວນຕົວ ມີ 21 ກໍລະນີ

4. ພະນັກງານທະຫານຕຳຫຼວດ ມີ 11 ກໍລະນີ (ຕຳຫຼວດ 6 ກໍລະນີ)

5. ພະນັກງານຂະແໜງສາທາ ມີ 7 ກໍລະນີ (ໂຮງໝໍມະໂຫສົດ : 5 ກໍລະນີ, ໂຮງໝໍໄຊເສດຖາ: 1 ກໍລະນີ ແລະ ໂຮງໝໍເມືອງສີໂຄດ 1 ກໍລະນີ)

6. ພະນັກງານລັດ ມີ 5 ກໍລະນີ (ພະແນກກະສິກຳປ່າໄມ້: 2 ກໍລະນີ, ໂທລະພາບແຫ່ງຊາດ: 1 ກໍລະນີ, ຫຼັກ 6: 1 ກໍລະນີ ແລະ ການເມືອງ : 1 ກໍລະນີ)

7. ກອງຫຼອນບ້ານໂພນສະຫວັນ ມີ 3 ກໍລະນີ

8. ກຳມະກອນ ມີ 25 ກໍລະນີ (ສັນຊາດຈີນ 21 ກໍລະນີ ຈາກບ້ານໝອງສະໂນຄຳ ບໍ່ມີຂໍ້ມູນສະຖານທີ່ເຮັດວຽກ)

9. ຮັບຈ້າງທົ່ວໄປ ມີ 15 ກໍລະນີ

10. ນັກຮຽນ ມີ 9 ກໍລະນີ

11. ກວດກັ່ນກອງຂາອອກ ມີ 1 ກໍລະນີ

12. ຫວ່າງງານ/ຜູ້ເຖົ້າ ມີ 38 ກໍລະນີ

13. ເດັກຕຳ່ກວ່າ 5 ປີ ມີ 4 ກໍລະນີ

14. ອາຊີບອື່ນໆ ມີ 29 ກໍລະນີ

15. ບໍ່ລະບຸຂໍ້ມູນອາຊີບ ມີ 26 ກໍລະນີ

Leave a Reply

Your email address will not be published. Required fields are marked *

Back to top button