ຜູ້ເສຍຫາຍ ແຈ້ງຄວາມ ເຈ້ທີບ ເພື່ອດຳເນີນຄະດີ

ລ່າສຸດແຈ້ງຄວາມ: ຕາມເນື້ອໃນແຈ້ງຄວາມມີດັ່ງນີ້: ໃນັວັນ 10/1/2022 ນາງພອນທີບ ຫ/ື ເຈທີບ ອາຍຸ 30 ປີ ສັນຊາດລາວ ປັດຈຸບັນຢູ່ບ້ານ ໂພນຕ້ອງສະຫວາດ ເມືອງຈັນທະບູລີ ແຂວງນະຄອນຫລວງວຽງຈັນ ໄດ້ຕົວະນາງ ກຸ້ງນາງ ອາຍຸ 27 ປີ ຢູ່ບ້ານ ຮ່ອງແກ ເມືອງໄຊເສດຖາ ແຂວງນະຄອນຫລວງ

ເຊີ່ງນາງພອນທີບໄດ້ໂພສໃນເຟສບຸກ ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ຈື່ງໄດ້ສົນໃຈ ຈື່ງໄດ້ໂທລະສັບໄປຫາພອນທີບ ດັ່ງຈາກນັ້ນຈື່ງໄດ້ຕົກລົງ ໂອນເງີນ ຈຳນວນ 2,600,000,000 ກີບ , 180,000 ໂດລາສະຫະລັດ ແລະ ເງີນບາດ 3,500,000 ບາດ

ຫລັງຈາກໂອນແລ້ວ ນາງພອນທີບແມ່ນບໍ່ໄດ້ຈ່າຍເງີນຕາມທີ່ຕົກລົງກັນ ຫລື ບໍ່ໄດ້ຈ່າຍດອກເບ້ຍ 30ເປີເຊັນຕາມທີ່ເວົ້າ. ມາຮອດວັນທີ 29/6/2022 ແມ່ນຈື່ງໄດ້ຮູ້ວ່າ ນາງພອນທີບອອກນອກປະເທດແລ້ວ

ຈຳນວນລາຍຊື່ຜູ້ເສຍຫາຍ

1. ນົກພອນ 1ລ້ານບາດ+400ລ້ານ (ສາລະວັນ)

2.ນາງນິມະນີ 200,000b / 3,000$/50,000,000kip

3.ນາງດາວອນ50,000,000ກີບ ນະຄອນຫຼວງ

4. ນາງ ວິລາວັນ 90.000.000ກີບ (ນະຄອນຫລວງ)

5.ນາງລະລິຕາ 5000$ 150.000.000ກີບ, 200.000฿

6. ນາງແປັກ ສຸວັນທອນ 380.000.000

7. ນາງວັນນິດາ 160.000.000ກີບ

8.ນາງຕ່ອງ 220.000.000 ກີບ ຫຼັກ20 ຄຳເກີດ

9.ນາງວາດສະຫນາ ເສຍຫາຍ 50.000.000 ກີບ.

10. ນາງ ທິບເກສອນ 50.000.000 ກີບ

11. ນາງ ເພັດມະນີ 30.000.000 ກີບ

12 . ນາງມະນີພອນ 40.000$ ແລະ 600.000฿

230.000.000 ກີບ

13.ນາງ ບີ້ 100.000.000 ກີບ

16. ນາງເມ 190.000.000 ກີບ /200.000฿

17. ນ ນາລີ 130.000.000ກີບ

18. ນ ໄໝມ້ອນ 70.000.000 ກີບ

19. ອານຸນອນ 180.000.000

20. ນາງ ພິລາວັນ 300ລ້ານກີບ,100,000 ບາດ, 8,500$

21,ນາງອານຸສອນ 60,000,000ກີບ ນະຄອນຫລວງ

22. ນ ນິດດາ 6.000$

23. ນ ລຳພອນ 300.000.000 ລ້ານກີບ.

24 ທ້າວ ແນດບຽນ100 ລ້ານກີບ

25.ທ້າວ ດາວລຸ້ງ 140.000.000₭

26 ນາງ ສຸພາສອນ 160.000.000₭

27. ນາງ ມະໄລເພັດ ກີບ 50.000.000, 6.000$

28. ທ ວິໄຊ 200,000,000ກີບ ເງິນບາດ160,000฿

29. ນ.ອາລິສາ 50.000.000ກີບ.

ກົດໝາຍເຮັດແທ້ຕໍ່ຜູ້ກະທຳຜິດ ..!!!ຮັບຝາກເງິນອອນລາຍທິບ ມີໂທດຕິດຄຸກ 8 ປີ ພ້ອມປັບໃໝ 50 ລ້ານ

ນ. ເມ (ນາມສົມມຸດ) ເຫັນໂຄສະນາຈາກ Facebook Page ຂອງ ”ເຈ້ກິບ” (ນາມສົມມຸດ) ປະກາດຮັບຝາກເງິນໂດຍໃຫ້ຜົນຕອບແທນດອກເບ້ຍ 30% ຕໍ່ເດືອນ. ທຳອິດ ເມ ໄດ້ລອງຝາກກໍໄດ້ຮັບຜົນຕອບແທນຕາມທີ່ໂຄສະນາແທ້. ເມື່ອເຫັນແນວນັ້ນ ເມ ຈິງເຫັນຊ່ອງທາງທຸລະກິດທີ່ໄດ້ກຳໄລງາມ ກໍເລີຍຝາກເງິນຕື່ມອີກຈຳນວນຫຼາຍ.

ເວລາຜ່ານໄປ 3 ເດືອນ ເມ ແຈ້ງຕໍ່ເຈ້ກິບ ວ່າຕ້ອງການຖອນເງິນ ແຕ່ໄດ້ຮັບການປະຕິເສດຍ້ອນວ່າຍັງບໍ່ຄົບກຳນົດຝາກ 4 ເດືອນເທື່ອ. ເມ ກໍລໍຖ້າຮອດ 4 ເດືອນ ແຕ່ເມື່ອຄົບກຳນົດຝາກ ພັດໄດ້ຮູ້ວ່າ ເຈ້ກິບບໍ່ສາມາດສົ່ງເງິນຕົ້ນພ້ອມດອກເບ້ຍໃຫ້ຕົນເອງໄດ້ແລ້ວ ແລະ ໄດ້ມີການຫຼົບຫຼີກການໃຊ້ແທນໜີ້. ເມ ຢາກປຶກສາວ່າ: ຕົນເອງມີສິດຫຍັງແດ່ພາຍໃຕ້ກົດໝາຍ?

ພວກເຮົາ Phomsoupha & Son Law ມີຄຳເຫັນວ່າ

1. ເມ ສາມາດຮ້ອງຟ້ອງ ເຈ້ກິບ ໄດ້ບໍ່?
ເລື່ອງນີ້ແມ່ນ ໄດ້ແນ່ນອນ. ອີງຕາມມາດຕາ 233 ຂອງປະມວນກົດໝາຍອາຍາ 2017 ກຳນົດໄວ້ວ່າ: ບຸກຄົນໃດຫາກໄດ້ໃຊ້ເລ່ລ່ຽມ ຫຼື ຕົວະຍົວະຫຼອກລວງ ດ້ວຍວິທີການໃດເພື່ອເຮັດໃຫ້ຜູ້ອື່ນເອົາຊັບໃຫ້ຕົນ ຈະຖືວ່າກະທຳຜິດຖານສໍ້ໂກງຊັບ. ຄຳຖາມສຳຄັນກໍຄື ເຈ້ກິບ ໄດ້ຕົວະ ເມ ແນວໃດ? ສິ່ງທີ່ພິສູດວ່າ ເຈ້ກິບ ຕົວະຍົວະ ເມກໍຄື:

1. ເຈ້ກິບ ຮູ້ດີວ່າຕົນເອງບໍ່ມີໃບອະນຸຍາດໃນການດຳເນີນທຸລະກິດຮັບຝາກເງິນຢ່າງຖືກຕ້ອງຕາມກົດໝາຍ ແຕ່ກໍຍັງຕົວະຍົວະໃຫ້ຄົນອື່ນມາຝາກເງິນນຳຕົນເອງ;

2. ການທີ່ ເຈ້ກິບ ສະເໜີດອກເບ້ຍສູງເກີນຈິງ ໂດຍທີ່ຮູ້ຢູ່ແກ່ໃຈວ່າ ມີຄວາມເປັນໄປໄດ້ຍາກທີ່ສຸດທີ່ທຸລະກິດໃດໜຶ່ງຈະສາມາດເຮັດກຳໄລໄດ້ຫຼາຍກວ່າ 360% ຕໍ່ປີ.

3. ໃຊ້ກົນອຸບາຍໂຄສະນາຊວນເຊື່ອເຊັ້ນ: “ຮັບປະກັນໄດ້ດອກເບ້ຍແນ່ນອນ”, “ຝາກຖອນເມື່ອໃດກໍໄດ້”, “ບໍ່ມີການຕົ້ມແນ່ນອນ” ແລະ ອື່ນໆ. ຄຳເວົ້າໂຄສະນາຊວນເຊື່ອເຫຼົ່ານີ້ລ້ວນແລ້ວແຕ່ສະແດງໃຫ້ເຫັນເຖິງເຈດຕະນາການຕົວະເຍວະ.

4. ເຈດຕະນາຫຼົບຫຼີກການໃຊ້ໜີ້ໂດຍວາງແຜນໄວ້ກ່ອນ.
ດັ່ງນັ້ນຖ້າ ເຈ້ກິບ ຖືກພິສູດແລ້ວວ່າ ຜິດ ເຈ້ກິບ ອາດຖືກສານຕັດສິນລົງໂທດໃນອັດຕາສູງສຸດຂອງການວາງໂທດ ເນື່ອງຈາກວ່າ ເຈ້ກິບ ໄດ້ຮັບຝາກເງິນຈາກລູກຄ້າຫຼາຍຄົນ ແລະ ເຮັດເປັນຫລາຍຄັ້ງ-ຫລາຍເວລາ ເພາະສະນັ້ນ ເຈ້ກິບ ອາດຖືກລົງໂທດແຕ່ 3 ປີ ຫາ 8 ປີ ຖືກປັບໃໝ ແຕ່ 10 ລ້ານກີບ ຫາ 50 ລ້ານກີບ.

ນອກຈາກຂ້າງເທີງແລ້ວ ເຈ້ກິບ ອາດມີຄວາມຜິດຖານ ດຳເນີນທຸລະກິດບໍ່ຖືກຕ້ອງອີກ ອີງຕາມມາດຕາ 297 ຂອງປະມວນກົດໝາຍອາຍາ 2017. ຖ້າມີຄວາມຜິດຈິງກໍຈະມີໂທດຕັດອິດສະລະພາບແຕ່ 3 ເດືອນ ຫາ 1 ປີ ພ້ອມທັງປັບໃໝ ແຕ່ 5 ລ້ານກີບ ຫາ 10 ລ້ານກີບ.

ດັ່ງນັ້ນ ພວກເຮົາຢາກເຕືອນທຸກຄົນວ່າ ທຸກການລົງທືນມີຄວາມສ່ຽງຄວນສຶກສາໃຫ້ດີ ໃຫ້ທີ່ຖ້ວນກ່ອນຄິດຈະລົງທືນ. ຢ່າໃຫ້ຄວາມໂລບບັງຕາຈົນເຮັດໃຫ້ເຫັນກົງຈັກເປັນດອກບົວ.

Leave a Reply

Your email address will not be published. Required fields are marked *

Back to top button