ຊົມເຊີຍ! “ທະນາພອນ” ຄວ້າລາງວັນນັກອອກແບບດີເດັ່ນ ຕາງໜ້ານັກສຶກສາລາວ ຮ່ວມແຂ່ງຂັນລະດັບອາຊີ

ນາງ ທະນາພອນ ຊວ້ານສວນດາວ ເປັນຕົວແທນນັກສຶກສາລາວ ເພື່ອເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI

ພິທີເປີດການແຂ່ງຂັນການອອກແບບ ພາຍໃຕ້ຫົວຂໍ້ “ການອອກແບບສະຖາປັດຕະຍະກຳພາຍຫຼັງເກີດພະຍາດໂຄວິດ-19” ຂອງຄະນະສະຖາປັດຕະຍະກຳສາດ ຮອບສຸດທ້າຍ ໄດ້ມີຂຶ້ນ ເມື່ອວັນທີ 19 ຕຸລາ ຜ່ານມາ ທີ່ຄະນະດັ່ງກ່າວ (ວິທະຍາເຂດດົງໂດກ)

, ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສິນທະວອນ ດາລາວົງ ຄະນະບໍດີ ຄະນະສະຖາປັດຕະຍະກຳສາດ ທັງເປັນປະທານຄະນະກຳມະການ (ພາກສ່ວນ ສປປ ລາວ) ພ້ອມດ້ວຍບັນດາຮອງຄະນະບໍດີ ຄສປ, ຫົວໜ້າ-ຮອງຫົວໜ້າພາກວິຊາ, ພະນັກງານ, ຄູອາຈານ ແລະ ນ້ອງນັກສຶກສາ ຕະຫຼອດຮອດສື່ມວນຊົນບາງພາກສ່ວນເຂົ້າຮ່ວມ.

,,

ໂອກາດນີ້, ທ່ານ ສິນທະວອນ ດາລາວົງ ກ່າວໃຫ້ຮູ້ວ່າ: ກິດຈະກຳນີ້ ມີຄວາມໝາຍ ແລະ ຄວາມສຳຄັນຫຼາຍດ້ານ ນອກຈາກເປັນການຄັດເລືອກນັກສຶກສາທີ່ມີຜົນງານການອອກແບບດີເດັ່ນເປັນຕົວແທນຂອງ ສປປ ລາວ ເຂົ້າຮ່ວມແຂ່ງຂັນລາຍການໃຫຍ່ ທີ່ປະເທດໄທແລ້ວ,

ຍັງເປັນສ້າງໂອກາດໃຫ້ນັກສຶກສາ ແລະ ຄູອາຈານຂອງພວກເຮົາໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ສະແດງຜົນງານທາງດ້ານວິຊາການອອກແບບຂອງຕົນໃນເວທີສາກົນອີກດ້ວຍ.

ແນວໃດກໍດີ, ໃນໄລຍະຜ່ານມາ ນັກສຶກສາທີ່ໄດ້ເປັນຕົວແທນຂອງ ສປປ ລາວ ໄດ້ສ້າງຜົນງານໃນລະດັບດີຫຼາຍໃນການແຂ່ງຂັນທີ່ມີບັນດາມະຫາວິທະຍາໄລທົ່ວອາຊີເຂົ້າຮ່ວມ ໂດຍສະເພາະປີ 2018 ສາມາດໄດ້ທີ 3 ແລະ ປີ 2019 ໄດ້ອັນດັບທີ 4.

ຜົນງານດັ່ງກ່າວ ເປັນການຍົກສູງບົດບາດຂອງ ຄສປ ກໍຄື ມຊ ໃຫ້ສູງຂຶ້ນ ເຊື່ອມໂຍງໃນເວທີພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກິດຈະກຳທີ່ ຄສປ ຈັດຂຶ້ນ ຍັງຈະຊ່ວຍຊຸກຍູ້ສົ່ງເສີມວຽກງານຮ່ວມມືກັບບັນດາສະຖາບັນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງຂຶ້ນຕື່ມອີກ.

ການແຂ່ງຂັນລາຍການນີ້, ໄດ້ມີການຮ່ວມມືກັນລະຫວ່າງ ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ແລະ ມະຫາວິທະຍາໄລຈຳປາສັກ ແຂວງຈຳປາສັກ, ຊຶ່ງໃນຮອບຄັດເລືອກໄດ້ມີການແຂ່ງຂັນມາແຕ່ເດືອນກໍລະກົດ 2022 ມີນັກສຶກສາເຂົ້າຮ່ວມແຂ່ງຂັນທັງໝົດ 27 ຄົນ, ຍິງ 7 ຄົນ.

ຫຼັງຈາກນັ້ນ, ສາມາດຄັດເລືອກໄດ້ ຈຳນວນ 10 ຄົນ, ຍິງ 4 ຄົນ ທີ່ຜ່ານເຂົ້າຮອບສຸດທ້າຍ ແລະ ຜົນການແຂ່ງຂັນໃນຮອບສຸດທ້າຍນີ້ ປະກົດວ່າ:

ຊະນະເລີດ ຕົກເປັນຂອງນາງ ທະນາພອນ ຊວ້ານສວນດາວ ໄດ້ຮັບໃບຍ້ອງຍໍ ແລະ ກາຍເປັນຕົວແທນນັກສຶກສາລາວ ເຂົ້າຮ່ວມແຂ່ງຂັນອອກແບບສະຖາປັດລະດັບອາຊີ ຄັ້ງທີ XI ທີ່ມະຫາວິທະຍາໄລລາດກະບັງ ປະເທດໄທ ໃນລະຫວ່າງວັນທີ 19-20 ພະຈິກ 2022 ນີ້.

ທີ່ມາ ກະດານຂ່າວ ມຊ

Leave a Reply

Your email address will not be published. Required fields are marked *

Back to top button